ໂຮເສອາ 2:12 - ພຣະຄຳພີສັກສິ12 ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ. Uka jalj uñjjattʼäta |
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’