Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 14:3 - ພຣະຄຳພີສັກສິ

3 ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”

Uka jalj uñjjattʼäta Copia luraña




ໂຮເສອາ 14:3
36 Jak'a apnaqawi uñst'ayäwi  

ໃນຄັ້ງນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ ແລະ​ກ່າວ​ວ່າ, “ຍ້ອນ​ທ່ານ​ໄດ້​ເພິ່ງ​ກະສັດ​ແຫ່ງ​ຊີເຣຍ ແທນ​ທີ່​ຈະ​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ອົງ​ທີ່​ເຮັດ​ໃຫ້​ກອງທັບ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ຖອຍ​ໜີໄປ​ຈາກ​ທ່ານ.


ແຕ່​ພຣະອົງ​ເຫັນ ທັງ​ສັງເກດ​ເບິ່ງ​ຄວາມ​ເດືອດຮ້ອນ ຄວາມ​ທໍລະມານ ແລະ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍເຫລືອ ຄົນ​ຂາດ​ທີ່ເພິ່ງ​ກໍ​ມອບ​ຕົວ​ໄວ້​ກັບ​ພຣະອົງ ອົງ​ຊົງ​ຊ່ວຍເຫລືອ​ຄົນ​ຂັດສົນ​ຢູ່​ສະເໝີ.


ຢ່າ​ມອບ​ຄວາມຫວັງ​ຂອງເຈົ້າ​ໄວ້​ໃນ​ບັນດາ​ຜູ້ນຳ ບໍ່ມີ​ມະນຸດ​ຄົນໃດ​ອາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ພຣະເຈົ້າຢາເວ​ປົກປ້ອງ​ຄຸ້ມຄອງ​ຊາວ​ຕ່າງດ້າວ​ທັງຫລາຍ ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງ​ພວກເຮົາ​ນັ້ນ. ພຣະອົງ​ຊ່ວຍ​ລູກກຳພ້າ​ທັງຫລາຍ​ແລະ​ແມ່ໝ້າຍ, ແຕ່​ທຳລາຍ​ແຜນການ​ຂອງ​ຄົນຊົ່ວຮ້າຍ.


ມ້າເສິກ​ໃຊ້​ການ​ຫຍັງ​ບໍ່ໄດ້​ເພື່ອ​ໄຊຊະນະ ກຳລັງ​ແຂງແຮງ​ຂອງ​ມັນ​ບໍ່​ຊ່ວຍ​ໃຫ້​ພົ້ນໄພ​ໄດ້.


ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.


ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.


ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ


ພວກເຂົາ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ ໂດຍ​ບໍ່ໄດ້​ຂໍ​ຄຳ​ປຶກສາ​ນຳ​ເຮົາ. ພວກເຂົາ​ຕ້ອງການ​ໃຫ້​ປະເທດ​ເອຢິບ​ຄຸ້ມຄອງ​ພວກເຂົາ; ສະນັ້ນ ພວກເຂົາ​ຈຶ່ງ​ໄວ້ເນື້ອ​ເຊື່ອໃຈ​ກະສັດ​ແຫ່ງ​ເອຢິບ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ຂ້າພະເຈົ້າ​ຂໍ​ພະນັນ​ກັບ​ທ່ານ​ໃນນາມ​ຂອງ​ຈັກກະພັດ ດັ່ງນີ້: ຂ້າພະເຈົ້າ​ຈະ​ຫາ​ມ້າ​ສອງພັນ​ໂຕ​ມາ​ໃຫ້ ຖ້າ​ທ່ານ​ຫາ​ຄົນ​ຂີ່​ມ້າ​ຕາມ​ຈຳນວນ​ນັ້ນ​ໄດ້.


ຈົ່ງ​ປະ​ພວກ​ເດັກ​ກຳພ້າ​ໄວ້​ກັບ​ເຮົາ​ສາ ແລະ​ເຮົາ​ຈະ​ເບິ່ງແຍງ​ພວກເຂົາ​ເອງ. ບັນດາ​ແມ່ໝ້າຍ​ຂອງ​ພວກເຈົ້າ​ເພິ່ງພາ​ອາໄສ​ເຮົາ​ໄດ້.”


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ພວກເຂົາ​ຈະ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຫລື​ປະພຶດ​ຕົນເອງ​ໃຫ້​ເສື່ອມເສຍ​ຍ້ອນ​ການບາບ​ອີກ. ເຮົາ​ຈະ​ໃຫ້​ພວກເຂົາ​ພົ້ນ​ຈາກ​ການ​ເຮັດຊົ່ວ ແລະ​ການ​ທໍລະຍົດ​ທຸກຢ່າງ​ທີ່​ຕໍ່ສູ້​ເຮົາ. ເຮົາ​ຈະ​ຊຳລະ​ພວກເຂົາ​ໃຫ້​ບໍຣິສຸດ; ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.


ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ເຮົາ​ຈະ​ບໍ່​ໃຫ້​ນາງ​ເອີ່ຍ​ເຖິງ​ຊື່​ພະບາອານ​ອີກ​ຈັກເທື່ອ.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


ນາຍຊ່າງ​ຊາວ​ອິດສະຣາເອນ​ໄດ້​ສ້າງ​ຮູບເຄົາຣົບ ຮູບ​ນັ້ນ​ບໍ່ແມ່ນ​ພຣະເຈົ້າ ງົວ​ຄຳ​ທີ່​ຊາວ​ຊາມາເຣຍ​ຂາບໄຫວ້​ຈະ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ​ໄປ.


ດື້ດ້ານ​ດັ່ງ​ລໍປ່າ ປະຊາຊົນ​ອິດສະຣາເອນ​ປະພຶດ​ຕາມ​ທາງ​ຂອງ​ຕົນເອງ. ພວກເຂົາ​ໄປ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ອັດຊີເຣຍ ແລະ​ຈ້າງ​ໃຫ້​ຊາດ​ອື່ນ​ມາ​ຄຸ້ມຄອງ​ພວກຕົນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໃຫ້​ປາໃຫຍ່​ໂຕ​ນັ້ນ ຂຶ້ນ​ມາ​ຄາຍ​ໂຢນາ​ໄວ້​ເທິງ​ດິນ​ແຫ້ງ ແລະ​ມັນ​ກໍໄດ້​ເຮັດ​ຕາມ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


“ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກຳພ້າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka