Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 14:2 - ພຣະຄຳພີສັກສິ

2 ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

Uka jalj uñjjattʼäta Copia luraña




ໂຮເສອາ 14:2
39 Jak'a apnaqawi uñst'ayäwi  

ດາວິດ​ຈຶ່ງ​ເວົ້າ​ຕໍ່​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ.” ນາທານ​ກ່າວ​ຕໍ່​ດາວິດ​ວ່າ, “ພຣະເຈົ້າຢາເວ​ອະໄພ​ໃຫ້​ທ່ານ ແລະ​ທ່ານ​ຈະ​ບໍ່​ຕາຍ.


ແຕ່​ຫລັງຈາກ​ກະສັດ​ດາວິດ​ໄດ້​ສຳຫລວດ​ເບິ່ງ​ຈຳນວນ​ປະຊາຊົນ​ແລ້ວ ເພິ່ນ​ກໍ​ເປັນທຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ກະທຳ​ເຊັ່ນນີ້. ແຕ່​ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ໄປ​ຢ່າງ​ໂງ່ຈ້າ​ທີ່ສຸດ.”


ຈົນ​ວ່າ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ບໍ່​ໄດ້ບໍ? ຈົນ​ພຣະອົງ​ອະໄພ​ຄວາມຜິດ​ໃຫ້​ຂ້ານ້ອຍ​ບໍ່ໄດ້. ຍັງ​ບໍ່ດົນດອກ ຂ້ານ້ອຍ​ຈະ​ໄປ​ຢູ່​ໃນ​ຂຸມຝັງສົບ ຈາກ​ໄປ​ເມື່ອ​ພຣະອົງ​ແນມຫາ​ຂ້ານ້ອຍ​ຢູ່.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຮັບ​ຄຳ​ໂມທະນາ​ຂອບພຣະຄຸນ ແລະ​ໂຜດ​ສັ່ງສອນ​ກົດບັນຍັດ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ເພາະ​ພຣະອົງ​ບໍ່ໄດ້​ຍິນດີ​ໃນ​ເຄື່ອງ​ຖວາຍບູຊາ ແລະ​ເຄື່ອງ​ເຜົາບູຊາ​ທັງຫຼາຍ​ທີ່​ຂ້ານ້ອຍ​ຈະ​ຖວາຍ ພຣະອົງ​ກໍ​ບໍ່​ພໍໃຈ​ນຳ​ດ້ວຍ.


ຂ້າແດ່​ພຣະເຈົ້າ ເຄື່ອງບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ​ນັ້ນ ແມ່ນ​ຈິດວິນຍານ​ທີ່​ຖ່ອມຕົວ​ລົງ ພຣະເຈົ້າ​ບໍ່ໄດ້​ຊົງ​ລັງກຽດ​ຈິດໃຈ​ທີ່​ຖ່ອມຕົວ​ລົງ ແລະ​ການ​ກັບໃຈ​ໃໝ່​ແທ້​ຂອງ​ຂ້ານ້ອຍ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເອຟຣາອິມ​ບໍ່​ສັດຊື່​ດັ່ງ​ຊາວ​ການາອານ; ພວກເຂົາ​ມັກ​ໃຊ້​ຕາຊັ່ງ​ຕາຊິງ​ສໍ້ໂກງ​ລູກຄ້າ​ຂອງຕົນ.


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ກໍ​ຮ້ອງຟ້ອງ​ຕໍ່ສູ້​ພວກເຂົາ. ພວກເຂົາ​ຕຳ​ສະດຸດ​ລົ້ມ​ຍ້ອນ​ການບາບ​ຂອງ​ພວກເຂົາ​ເອງ ແລະ​ຝ່າຍ​ປະຊາຊົນ​ຢູດາ​ກໍ​ລົ້ມລົງ​ຄືກັນ.


ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັກ​ເຮົາ​ຢ່າງ​ຈິງໃຈ ບໍ່ແມ່ນ​ນຳ​ສັດ​ມາ​ຖວາຍບູຊາ. ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຮັບຮູ້​ພຣະເຈົ້າ ຫລາຍກວ່າ​ທີ່​ຈະ​ເຜົາ​ສັດ​ຖວາຍບູຊາ.


ປະໂຣຫິດ​ຜູ້ຮັບໃຊ້​ພຣະເຈົ້າຢາເວ​ກໍ​ໃຫ້​ມາ​ຄືກັນ ລະຫວ່າງ​ແທ່ນບູຊາ​ແລະ​ທາງ​ເຂົ້າ​ພຣະວິຫານ​ນັ້ນ ຕ້ອງ​ພາກັນ​ຮ້ອງໄຫ້​ແລະ​ພາວັນນາ​ອະທິຖານ​ຄືກັນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົງສານ​ປະຊາຊົນ​ດ້ວຍ. ຂໍ​ຢ່າ​ໃຫ້​ຊົນຊາດ​ອື່ນ​ດູໝິ່ນ​ພວກ​ຂ້ານ້ອຍ​ເລີຍ ຫຍໍ້ຫຍັນ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ​ແລ້ວ?”


ແຕ່​ຂ້ານ້ອຍ​ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ແລະ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ ແລະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ສັນຍາ ຄວາມພົ້ນ​ມີມາ​ໂດຍ​ທາງ​ພຣະເຈົ້າຢາເວ.”


ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ຕໍ່​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ​ຜູ້​ທີ່​ຄອຍ​ຮັບໃຊ້​ທ່ານ​ຢູ່​ນັ້ນ​ວ່າ, “ຈົ່ງ​ແກ້​ເສື້ອ​ອັນ​ເປິເປື້ອນ​ຂອງ​ຊາຍ​ຄົນ​ນີ້​ອອກ​ສາ.” ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ເຢຊູອາ​ວ່າ, “ເຮົາ​ໄດ້​ຍົກ​ບາບ​ໃຫ້​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ເອົາ​ເສື້ອໃໝ່​ໃຫ້​ເຈົ້າ​ນຸ່ງ.”


ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ສ່ວນ​ຄົນ​ເກັບພາສີ​ນັ້ນ​ຢືນ​ຢູ່​ຫ່າງໄກ ແລະ​ບໍ່​ກ້າ​ແມ່ນແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງຕົນ ແລະ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່ທ້ອນ’


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


“ແລະ​ເຮົາ​ຈະ​ເຮັດ​ຄຳໝັ້ນ​ສັນຍາ​ນີ້ ກັບ​ພວກເຂົາ ເມື່ອ​ເຮົາ​ອະໄພ​ບາບກຳ ຂອງ​ພວກເຂົາ​ແລ້ວ.”


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka