ໂຮເສອາ 13:9 - ພຣະຄຳພີສັກສິ9 ປະຊາຊົນອິດສະຣາເອນເອີຍ ເຮົາຈະທຳລາຍພວກເຈົ້າ. ແລ້ວຜູ້ໃດແດ່ຈະຊ່ວຍພວກເຈົ້າໄດ້? Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ພວກເຈົ້າເວົ້າວ່າ, ‘ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້ນໍ’ ແລະພວກເຈົ້າກໍງຶກດັງຂຶ້ນປະໝາດເຮົາ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. “ແລະເມື່ອຖວາຍບູຊາ ພວກເຈົ້ານຳສັດທີ່ລັກມາ ຫລືສັດທີ່ຂາພິການ ຫລືສັດທີ່ເຈັບໂຊມາຖວາຍ. ພວກເຈົ້າຄິດວ່າເຮົາຈະຮັບເອົາສິ່ງນັ້ນຫລື?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ເຈົ້ານັ້ນຊ່າງມີຄວາມສຸກແທ້ ພຽງໃດເຈົາຮູ້ບໍ່? ຊາດອິດສະຣາເອນເອີຍ! ບໍ່ມີໃຜເປັນເໝືອນດັ່ງພວກເຈົ້າ ເປັນຊົນຊາດໜຶ່ງທີ່ພຣະເຈົ້າໄດ້ຊ່ວຍເຫຼືອເອົາ. ພຣະເຈົ້າຢາເວເປັນໂລ້ຕ້ານທານແລະເປັນດາບປາບສັດຕູ ເປັນຜູ້ປ້ອງກັນແລະນຳໄຊຊະນະມາໃຫ້ເຈົ້າ. ເຫຼົ່າສັດຕູນັ້ນຈະມາກາບຂໍຄວາມເມດຕາ ແລະເຈົ້າຈະຢຽບຢໍ່າພວກເຂົາລົງຈົນກ້ຽງ.”