8 ເຮົາຈະຄຸບກັດພວກເຈົ້າເໝືອນໝີທີ່ສູນເສຍລູກຂອງມັນ; ເຮົາຈະຈີກພວກເຈົ້າອອກ. ເຮົາຈະເປັນດັ່ງສິງທີ່ຈີກພວກເຈົ້າກິນຄາບ່ອນ ແລະຈະເປັນດັ່ງສັດປ່າທີ່ຈີກພວກເຈົ້າອອກເປັນຕ່ອນໆ.
ທ່ານກໍຮູ້ຢູ່ແລ້ວວ່າ ພໍ່ຂອງທ່ານກັບພັກພວກຂອງເພິ່ນນັ້ນເປັນນັກຮົບທີ່ເກັ່ງກ້າ ແລະໂຫດຮ້າຍດັ່ງໝີປ່າທີ່ຄົນລັກເອົາລູກຂອງມັນໄປ. ພໍ່ຂອງທ່ານເປັນນັກຮົບທີ່ຊຳນິຊຳນານ ເພິ່ນບໍ່ຢູ່ນຳທະຫານໃນເວລາຕອນກາງຄືນດອກ.
ຈົ່ງພິຈາລະນາເຖິງເລື່ອງນີ້ໃຫ້ດີຜູ້ທີ່ມັກລືມພຣະເຈົ້າເອີຍ ຖ້າບໍ່ດັ່ງນັ້ນແລ້ວ ເຮົາຈະທຳລາຍພວກເຈົ້າໃຫ້ແຕກເປັນປ່ຽງໆ ແລະຈະບໍ່ມີຜູ້ໃດຊ່ວຍເຈົ້າໃຫ້ພົ້ນໄດ້.
ແລ້ວຝູງໝູປ່າກໍໄດ້ມາຢຽບຢໍ່າທຳລາຍມັນລົງ ແລະສັດປ່າທັງຫລາຍກໍມາກັດກິນມັນດ້ວຍ.
ພົບໝີແມ່ທີ່ລູກນ້ອຍຖືກລັກໄປ ກໍດີກວ່າພົບຄົນໂງ່ຈ້າທີ່ອັບປັນຍາ.
ພວກທະຫານຕ່າງກໍຄວນຄາງ ສຽງດັງຄືສຽງໂຕສິງທີ່ໄດ້ຂ້າເຫຍື່ອ ແລະຄາບໄປສູ່ບ່ອນທີ່ບໍ່ມີຜູ້ໃດຍາດເອົາຈາກມັນໄດ້.
ອົງພຣະຜູ້ເປັນເຈົ້າໄດ້ບອກຊາດຕ່າງດ້າວທັງຫລາຍໃຫ້ມາດັ່ງຝູງສັດປ່າ ແລະກັດກິນປະຊາຊົນຂອງພຣະອົງ.
ປະຊາຊົນທີ່ເຮົາໄດ້ເລືອກນັ້ນຄືນົກໂຕໜຶ່ງ ຖືກຝູງແຫລວຫຸ້ມລ້ອມໂຈມຕີທຸກດ້ານທຸກແຈ. ຈົ່ງໃຫ້ຄົນເອີ້ນເອົາສັດປ່າທັງຫລາຍມາ ຮ່ວມສັງສັນໃນງານກິນລ້ຽງເທາະ
ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ດັ່ງໂຕສິງໜີຈາກບ່ອນທີ່ມັນຊ້ອນຕົວຢູ່. ການຢ້ານກົວສົງຄາມແລະຄວາມໂກດຮ້າຍຂອງພຣະເຈົ້າຢາເວ ໄດ້ປ່ຽນປະເທດນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ.
ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ.
ເຮົາຈະໂດດໃສ່ປະຊາຊົນເອຟຣາອິມ ແລະຢູດາເໝືອນສິງຄຸບກິນພວກເຂົາ. ເຮົາຈະຈີກພວກເຂົາອອກເປັນຕ່ອນໆ ແລະປະຖິ້ມໄວ້. ເມື່ອເຮົາລາກພວກເຂົາໄປແລ້ວ ຈະບໍ່ມີຜູ້ໃດສາມາດຊ່ວຍເຫລືອພວກເຂົາໄດ້.