7 ສະນັ້ນ ເຮົາຈຶ່ງຈະໂດດກັດພວກເຈົ້າເໝືອນສິງ. ເຮົາຈະເປັນດັ່ງເສືອດາວທີ່ນອນຄອຍຢູ່ຕາມທາງຂອງພວກເຈົ້າ.
ພຣະອົງບໍ່ປ່ອຍໃຫ້ຂ້ານ້ອຍສຳເລັດຜົນໃດໆ ພໍແຕ່ໂປໂລຫົວຂຶ້ນມາ ພຣະອົງກໍຂົ່ມຫົວລົງໂລດ. ເພື່ອໃຫ້ເຈັບປວດ ຊົງຕາມລ່າຂ້ານ້ອຍດັ່ງສິງໂຕ ແລະເຮັດການອັດສະຈັນຕໍ່ສູ້ຂ້ານ້ອຍດ້ວຍ.
ພຣະເຈົ້າຢາເວອອກສູ່ສະໜາມ ດັ່ງນັກຮົບຜູ້ໜຶ່ງ ຕຽມເຂົ້າສູ່ສົງຄາມ ແລະຫ້າວຫັນເພື່ອສູ້ຮົບ. ພໍພຣະອົງຮ້ອງຕໍ່ສູ້ກໍມີສຽງສູ້ຮົບໃນສະໜາມ ເປັນສົງຄາມສູ້ຮົບສັດຕູດ້ວຍຣິດທານຸພາບ.
ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ດັ່ງໂຕສິງໜີຈາກບ່ອນທີ່ມັນຊ້ອນຕົວຢູ່. ການຢ້ານກົວສົງຄາມແລະຄວາມໂກດຮ້າຍຂອງພຣະເຈົ້າຢາເວ ໄດ້ປ່ຽນປະເທດນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ.
ສະນັ້ນ ຝູງໂຕສິງຈາກປ່າຈະກັດກິນພວກເຂົາ ໝາປ່າແຕ່ຖິ່ນແຫ້ງແລ້ງກັນດານຈະຈີກພວກເຂົາເປັນຕ່ອນ ແລະເສືອດາວຈະດັກສະກັດຢູ່ຕາມເມືອງຂອງພວກເຂົາ ຖ້າອອກໄປ ພວກເຂົາຈະຖືກພວກມັນຈີກເປັນຕ່ອນໆ; ເພາະການບາບທີ່ພວກເຂົາກະທຳມີຢ່າງຫລວງຫລາຍ ພວກເຂົາໄດ້ຫັນໜີຈາກພຣະເຈົ້າເທື່ອແລ້ວເທື່ອອີກ.
ພຣະອົງໄດ້ຄອຍຖ້າຈັບຂ້ອຍດັ່ງໂຕໝີ ແລະລີ້ໂດດຄຸບໃສ່ໂດຍໄວເໝືອນສິງໂຕໜຶ່ງ.
ເຮົາຈະໂດດໃສ່ປະຊາຊົນເອຟຣາອິມ ແລະຢູດາເໝືອນສິງຄຸບກິນພວກເຂົາ. ເຮົາຈະຈີກພວກເຂົາອອກເປັນຕ່ອນໆ ແລະປະຖິ້ມໄວ້. ເມື່ອເຮົາລາກພວກເຂົາໄປແລ້ວ ຈະບໍ່ມີຜູ້ໃດສາມາດຊ່ວຍເຫລືອພວກເຂົາໄດ້.
ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”
ຖ້າສິງບໍ່ພົບເຫຍື່ອມັນຈະຮ້ອງຄຳຣາມຢູ່ໃນປ່າບໍ? ຖ້າສິງໜຸ່ມບໍ່ຄຸບຫຍັງໄດ້ມັນຈະຮ້ອງຄາງຢູ່ໃນຖໍ້າຫລື?
ເມື່ອໄດ້ຍິນໂຕສິງຮ້ອງແຜດສຽງຄຳຣາມ ຜູ້ໃດເດຈະລະງັບຄວາມຢ້ານກົວໄວ້ໄດ້? ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວຈາ ຜູ້ໃດແດ່ຈະກ້າປະຕິເສດຖ້ອຍຄຳຂອງພຣະອົງໄດ້?
ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເໝືອນເສືອດາວ ຕີນເໝືອນຕີນໝີ ແລະປາກເໝືອນປາກສິງ ພະຍານາກໄດ້ໃຫ້ຣິດເດດ ແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ.