6 ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນແດນອັນອຸດົມສົມບູນແລະຮັ່ງມີ ພວກເຈົ້າໄດ້ກິນອີ່ມໜຳສຳລານ ແລ້ວພວກເຈົ້າກໍຈອງຫອງ ແລະລືມໄລເຮົາ.
ດ້ວຍພຣະພອນກະສັດໄດ້ປົກຄອງປະຊາຊົນ ເມື່ອພວກເພິ່ນອາໄສຢູ່ໃນດິນແດນອັນໃຫຍ່ກວ້າງ ຄືເປັນດິນແດນທີ່ອຸດົມແລະຮັ່ງມີ ຊຶ່ງພຣະອົງໄດ້ມອບໝາຍໃຫ້ແກ່ພວກເພິ່ນ. ແຕ່ພວກເພິ່ນບໍ່ຍອມເລີກ ແລະເຮັບບາບຕໍ່ໄປ ແລະບໍ່ໄດ້ຫັນມາບົວລະບັດຮັບໃຊ້ພຣະເຈົ້າ.
ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.”
ຖ້າຂ້ານ້ອຍມີຫລາຍເກີນໄປ ຂ້ານ້ອຍອາດເວົ້າວ່າຂ້ານ້ອຍບໍ່ຕ້ອງການພຣະເຈົ້າຢາເວກໍໄດ້, ແຕ່ຖ້າຂ້ານ້ອຍທຸກໂພດ ຂ້ານ້ອຍອາດເປັນຄົນຂີ້ລັກແລະກະບົດ ຊຶ່ງຈະນຳຄວາມເສຍຫາຍມາສູ່ພຣະນາມພຣະເຈົ້າຂອງຂ້ານ້ອຍ.
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
ພຣະເຈົ້າຢາເວຖາມວ່າ, “ເປັນຫຍັງເຮົາຈຶ່ງຍົກໂທດໃຫ້ປະຊາຊົນຂອງເຮົານໍ? ພວກເຂົາປະຖິ້ມເຮົາໄປຂາບໄຫວ້ພະທີ່ບໍ່ແມ່ນພຣະເຈົ້າ. ເຮົາລ້ຽງພວກເຂົາຈົນອີ່ມ ແຕ່ກໍນອກໃຈເຮົາ ແລະມົ້ວສຸມຢູ່ກັບພວກຍິງແມ່ຈ້າງ.
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເພາະເຈົ້າໄດ້ລືມໄລເຮົາແລະຫັນຫລັງໃຫ້ເຮົາ ເຈົ້າຈະທົນທຸກຍ້ອນຣາຄະຕັນຫາແລະການເປັນແມ່ຈ້າງຂອງເຈົ້າ.”
ເຈົ້າໄດ້ເຮັດທຸລະກິດຢ່າງຫລັກແຫລມແລະສືບຕໍ່ໄດ້ກຳໄລ. ເຈົ້າຊ່າງອວດອົ່ງທະນົງຕົວກັບຊັບສົມບັດຂອງເຈົ້າແທ້ໆນໍ.
ປະຊາຊົນອິດສະຣາເອນເປັນດັ່ງເຄືອອະງຸ່ນທີ່ມີໝາກດົກ. ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ. ດິນແດນຂອງພວກເຂົາຜະລິດຜົນດີຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ.
ພວກເຂົາເວົ້າວ່າ, ‘ພວກເຮົາຮັ່ງມີ ພວກເຮົາມີຊັບສົມບັດຫລາຍ. ບໍ່ມີຜູ້ໃດຟ້ອງຮ້ອງພວກເຮົາວ່າ ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້ດອກ.’
ເຮົາຈະລົງໂທດນາງສຳລັບເວລາທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາໃຫ້ແກ່ພະບາອານ ແລະໃສ່ເຄື່ອງເພັດພອຍໜີຕາມຄົນຮັກໄປ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ນາງຈະແລ່ນຕິດຕາມຄົນຮັກໄປ ແຕ່ກໍຈະບໍ່ທັນພວກເຂົາ; ນາງຈະຊອກຫາພວກເຂົາ ແຕ່ຈະບໍ່ພົບ. ແລ້ວນາງກໍຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວເກົ່າຂອງຂ້ອຍ ເພາະແຕ່ກ່ອນຂ້ອຍເຄີຍສະໜຸກສະບາຍກວ່າດຽວນີ້.”
ປະຊາຊົນຂອງເຮົາໄດ້ຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ພວກເຈົ້າຜູ້ເປັນປະໂຣຫິດບໍ່ຍອມຮັບຮູ້ເຮົາ ແລະໄດ້ປະຖິ້ມຄຳສັ່ງສອນຂອງເຮົາ; ດັ່ງນັ້ນ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະບໍ່ຍອມຮັບຮູ້ລູກຊາຍຂອງພວກເຈົ້າວ່າ ເປັນປະໂຣຫິດຂອງເຮົາ.
ພວກເຈົ້າຜູ້ເປັນປະໂຣຫິດມີຈຳນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງເຮັດບາບຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະໃຫ້ກຽດຕິຍົດຂອງພວກເຈົ້າກາຍເປັນຄວາມອັບອາຍ.
ເຮົາຈະໂດດໃສ່ປະຊາຊົນເອຟຣາອິມ ແລະຢູດາເໝືອນສິງຄຸບກິນພວກເຂົາ. ເຮົາຈະຈີກພວກເຂົາອອກເປັນຕ່ອນໆ ແລະປະຖິ້ມໄວ້. ເມື່ອເຮົາລາກພວກເຂົາໄປແລ້ວ ຈະບໍ່ມີຜູ້ໃດສາມາດຊ່ວຍເຫລືອພວກເຂົາໄດ້.
ພວກເຂົາບໍ່ໄດ້ພາວັນນາອະທິຖານຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງແລະຮ້ອງໄຫ້ຄໍ່າຄວນດັ່ງຄົນບໍ່ນັບຖືພຣະເຈົ້າ. ເມື່ອພາວັນນາອະທິຖານຂໍເຂົ້າສາລີແລະເຫຼົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄືກັບຄົນບໍ່ນັບຖື. ພວກເຂົາເປັນກະບົດຕໍ່ເຮົາ.
ປະຊາຊົນອິດສະຣາເອນໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາສ້າງເມືອງທີ່ມີປ້ອມປ້ອງກັນໄວ້ຫລາຍແຫ່ງ; ແຕ່ເຮົາກໍຈະສົ່ງໄຟມາເຜົາຜານເມືອງ ແລະທຳລາຍວັງຂອງພວກເຂົາຖິ້ມ.”
ປະຊາຊົນຂອງເຮົາໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນຳໂດຍທີ່ເຮົາບໍ່ເຫັນດີນຳ. ພວກເຂົາເອົາເງິນແລະຄຳຂອງພວກເຂົາສ້າງຮູບເຄົາຣົບ ທີ່ຈະເປັນເຫດໃຫ້ພວກເຂົາຖືກທຳລາຍ.
ພວກເຂົາໄດ້ລືມໄລພຣະເຈົ້າ ພຣະຜູ້ໂຜດຊ່ວຍອົງຍິ່ງໃຫຍ່ຂອງພວກເຂົາ ອົງຊົງຣິດອຳນາດຫລາຍ ທີ່ໃຫ້ພວກເຂົາມີຊີວິດຢູ່.