ໂຮເສອາ 13:5 - ພຣະຄຳພີສັກສິ5 ເຮົາໄດ້ລ້ຽງພວກເຈົ້າໃນບ່ອນແຫ້ງແລ້ງ ແລະໃນຖິ່ນແຫ້ງແລ້ງກັນດານ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.
ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ພວກເຈົ້າທ່ອງທ່ຽວຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ.