ໂຮເສອາ 13:2 - ພຣະຄຳພີສັກສິ2 ພວກເຂົາຍັງສືບຕໍ່ເຮັດບາບ ໂດຍຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄືຫລໍ່ຮູບເຄົາຣົບເປັນເງິນ ອອກແບບຕາມຄວາມຄິດຂອງມະນຸດ ແລະເຮັດຂຶ້ນດ້ວຍສີມືຂອງມະນຸດ. ແລ້ວພວກເຂົາກໍເວົ້າວ່າ, “ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫຼົ່ານີ້.” ຄົນຈະຈູບຮູບນັ້ນໄດ້ບໍ? ເພາະມັນເປັນຮູບງົວເຖິກ. Uka jalj uñjjattʼäta |
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”
ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້: