Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 13:16 - ພຣະຄຳພີສັກສິ

16 ຊາມາເຣຍ​ຕ້ອງ​ຮັບ​ໂທດ ຍ້ອນ​ເປັນ​ກະບົດ​ຕໍ່ສູ້​ເຮົາ. ຊາວ​ຊາມາເຣຍ​ຈະ​ຕາຍ​ໃນ​ສົງຄາມ; ພວກ​ແອນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ແຫກ​ທ້ອງ.”

Uka jalj uñjjattʼäta Copia luraña




ໂຮເສອາ 13:16
23 Jak'a apnaqawi uñst'ayäwi  

ເມື່ອ​ເມນາເຮມ​ໄດ້​ອອກ​ຈາກ​ເມືອງ​ຕີຣະຊາ​ໄປ​ນັ້ນ ເພິ່ນ​ໄດ້​ທຳລາຍ​ເມືອງ​ຕັບປູອາ ຖິ້ມ​ຈົນ​ໝົດສິ້ນ, ປະຫານ​ປະຊາຊົນ​ຢູ່​ໃນ​ເມືອງ ແລະ​ຕາມ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເພາະ​ຊາວ​ເມືອງ​ນີ້​ບໍ່ຍອມ​ຈຳນົນ​ຕໍ່​ເພິ່ນ. ເພິ່ນ​ໄດ້​ຜ່າ​ທ້ອງ​ຂອງ​ພວກຜູ້ຍິງ​ຖືພາ.


ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ກຳຈັດ​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ​ໂດຍ​ຈົ່ງ​ໄວ້​ແຕ່​ອານາຈັກ​ຢູດາຍ​ພວກດຽວ​ເທົ່ານັ້ນ.


ກະສັດ​ຊານມາເນເຊ​ໄດ້​ບຸກໂຈມຕີ​ອານາຈັກ​ອິດສະຣາເອນ ແລະ​ໄດ້​ທຳການ​ປິດລ້ອມ​ນະຄອນ​ຊາມາເຣຍ​ໄວ້​ເປັນ​ເວລາ​ສາມ​ປີ.


ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.


ຮາຊາເອນ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຮ້ອງໄຫ້?” ເອລີຊາ​ຕອບ​ວ່າ, “ເພາະ​ເຮົາ​ຮູ້​ວ່າ ທ່ານ​ຈະ​ເຮັດ​ສິ່ງ​ທີ່​ໂຫດຮ້າຍ​ຕໍ່​ປະຊາຊົນ​ອິດສະຣາເອນ ທ່ານ​ຈະ​ຈູດ​ປ້ອມ​ປ້ອງກັນ​ເມືອງ, ປະຫານ​ຊີວິດ​ຊາຍ​ສະກັນ, ຕົບຕີ​ເດັກນ້ອຍ​ໃຫ້​ເຖິງ​ຕາຍ ແລະ​ຜ່າ​ທ້ອງ​ພວກ​ແມ່ມານ.”


ໃນ​ຂະນະທີ່​ພວກເຂົາ​ແນມຫາ​ທີ່​ເພິ່ງ​ຢ່າງ​ສິ້ນຫວັງ​ນັ້ນ ລູກ​ນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ຈົນຕາຍ, ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.”


ຊາດ​ອິດສະຣາເອນ​ຈະ​ຂາດ​ທີ່​ປ້ອງກັນ ແລະ​ນະຄອນ​ດາມັສກັດ​ກໍ​ຈະ​ສູນເສຍ​ເອກະລາດ. ຊາວ​ຊີເຣຍ​ຜູ້​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ​ກັບ​ຊາວ​ອິດສະຣາເອນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


ສົງຄາມ​ຈະ​ທຳລາຍ​ເມືອງ​ຂອງ​ພວກເຂົາ ແລະ​ທຳລາຍ​ປະຕູ​ເມືອງ​ໃຫ້​ເພພັງ​ໄປ. ມັນ​ຈະ​ທຳລາຍ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ເຮັດ​ຕາມ​ທີ່​ພວກເຂົາ​ເຫັນຊອບ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.


ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”


ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ​ຢືນ​ຢູ່​ຂ້າງ​ແທ່ນບູຊາ. ພຣະອົງ​ໄດ້​ສັ່ງ​ວ່າ, “ຈົ່ງ​ທຸບຕີ​ຍອດ​ເສົາ​ວິຫານ​ໃຫ້​ແຮງໆ ຈົນ​ພື້ນ​ຂອງ​ມັນ​ສະເທືອນ​ຫວັ່ນໄຫວ. ຈົ່ງ​ຫັກ​ເສົາ​ລົງ​ເປັນ​ທ່ອນໆ​ທັບ​ຫົວ​ປະຊາຊົນ. ສ່ວນ​ຄົນ​ທີ່​ຍັງເຫລືອ​ນັ້ນ ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ບໍ່​ໃຫ້​ຜູ້ໃດ​ແລ່ນ​ປົບໜີໄປ​ໄດ້​ແມ່ນແຕ່​ຜູ້ດຽວ.


ແລ້ວ​ພູ​ທັງຫລາຍ​ກໍ​ຈະ​ລະລາຍ​ສິ້ນ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ດັ່ງ​ຂີ້ເຜິ້ງ​ລະລາຍ​ເມື່ອ​ມັນ​ຖືກ​ໄຟ​ຮ້ອນ. ພູເຂົາ​ທັງຫລາຍ​ນັ້ນ​ຈະ​ເຈື່ອນ​ລົງ​ສູ່​ຮ່ອມພູ​ທັງຫລາຍ ດັ່ງ​ນໍ້າ​ໄຫລລົງ​ມາ​ແຕ່​ເນີນພູ​ແຫ່ງ​ໜຶ່ງ.


ເຫດການ​ນີ້​ຈະ​ເກີດຂຶ້ນ​ເພາະ​ພວກເຈົ້າ​ໄດ້​ເຮັດ​ຊົ່ວ ຕາມ​ກະສັດ​ອົມຣີ ແລະ​ກະສັດ​ອາຮາບ​ລູກຊາຍ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ສືບຕໍ່​ເຮັດ​ຕາມ​ກົດເກນ​ຕ່າງໆ​ຂອງ​ພວກເຂົາ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ພວກເຈົ້າ​ໄປສູ່​ຄວາມ​ຈິບຫາຍ ແລະ​ທຸກຄົນ​ຈະ​ດູຖູກ​ພວກເຈົ້າ. ປະຊາຊົນ ທຸກ​ບ່ອນ​ຈະ​ເຮັດ​ຕໍ່​ພວກເຈົ້າ​ດ້ວຍ​ຄວາມ​ຫຍໍ້ຫຍັນ.”


ແຕ່​ປະຊາຊົນ​ເມືອງ​ເທເບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ບັນດາ​ລູກໆ​ຂອງ​ພວກເຂົາ​ໄດ້​ຖືກ​ຕີ​ຈົນຕາຍ​ຢູ່​ຕາມ​ທຸກ​ແຈ​ຂອງ​ຖະໜົນ​ຫົນທາງ. ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄດ້​ຖືກ​ລ່າມໂສ້​ຄຸມ​ໄປ ແລະ​ຖືກ​ແບ່ງປັນ​ໃຫ້​ພວກ​ທີ່​ຈັບ​ພວກເຂົາ​ໄປ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka