ໂຮເສອາ 13:10 - ພຣະຄຳພີສັກສິ10 ພວກເຈົ້າໄດ້ຮ້ອງຂໍເອົາກະສັດແລະບັນດາຜູ້ນຳ; ແຕ່ພວກເຂົາຈະຊ່ວຍປະເທດໃຫ້ພົ້ນໄພໄດ້ຢ່າງໃດ? Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.
ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?”