1 ໃນອະດີດ ເມື່ອເຜົ່າເອຟຣາອິມເວົ້າວ່າ ເຜົ່າອື່ນໆກໍຢ້ານຢຳ; ພວກເຂົາໃຫ້ຄວາມເຄົາຣົບນັບຖືແກ່ເອຟຣາອິມ. ແຕ່ປະຊາຊົນໄດ້ເຮັດບາບຍ້ອນຂາບໄຫວ້ພະບາອານ ແລະຍ້ອນການປະພຶດເຊັ່ນນີ້ ພວກເຂົາຈະຕາຍ.
ເວັ້ນໄວ້ແຕ່ຕົ້ນທີ່ໃຫ້ຮູ້ຈັກຄວາມດີ ແລະຮູ້ຈັກຄວາມຊົ່ວ. ເຈົ້າຢ່າກິນໝາກໄມ້ໃນຕົ້ນນັ້ນ; ຖ້າເຈົ້າຂືນກິນເມື່ອໃດ ເຈົ້າກໍຈະຕາຍເມື່ອນັ້ນ.”
ກະສັດເຢໂຣໂບອາມແຫ່ງອິດສະຣາເອນໄດ້ສ້າງປ້ອມປ້ອງກັນເມືອງຊີເຄມ ໃນເຂດເນີນພູເອຟຣາອິມແລະອາໄສຢູ່ທີ່ນັ້ນຊົ່ວຄາວ. ແລ້ວເພິ່ນກໍໄດ້ອອກຈາກບ່ອນນີ້ໄປສ້າງປ້ອມປ້ອງກັນເມືອງເປນູເອນ.
ເມື່ອຂ້ອຍກ່າວແນະນຳຂຶ້ນ ປະຊາຊົນຕ່າງກໍມິດງຽບ ແລະຕັ້ງຈິດໃຈຟັງແທ້ໆໃນສິ່ງທີ່ຂ້ອຍໄດ້ເວົ້າໄປ.
ເມື່ອຂ້ອຍເວົ້າສຸດແລ້ວ ພວກເຂົາກໍບໍ່ມີຫຍັງເວົ້າແຖມ ຄຳເວົ້າຂອງຂ້ອຍເພີ່ມນໍ້າໜັກໃຫ້ດັ່ງນໍ້າຝົນຢາດຍ້ອຍ.
ການອວດດີນັ້ນນຳຄົນໄປສູ່ໄພພິບັດ ການຖ່ອມຕົວນຳຄົນໃຫ້ມີກຽດ.
ທຸກສິ່ງເຫຼົ່ານີ້ແມ່ນມືຂອງເຮົາເອງໄດ້ສ້າງທັງໝົດ ສິ່ງທັງໝົດເຫຼົ່ານີ້ຈຶ່ງເກີດຂື້ນມາ. ພຣະເຈົ້າຢາເວກ່າວດັ່ງນີ້: ແຕ່ເຮົາພໍໃຈນຳຜູ້ທີ່ຖ່ອມໃຈ ແລະຜູ້ທີ່ຍອມກັບໃຈໃໝ່ ແລະຜູ້ທີ່ຢຳເກງເຊື່ອຟັງຖ້ອຍຄຳຂອງເຮົາຈົນຕົວສັ່ນ.
ເປັນຫຍັງຈຶ່ງຈະບໍ່ເກີດຂຶ້ນ? ເພາະຊີເຣຍບໍ່ມີກຳລັງເຂັ້ມແຂງ ກວ່ານະຄອນດາມັສກັດເມືອງເອກຂອງປະເທດ ແລະນະຄອນດາມັສກັດກໍບໍ່ມີກຳລັງເຂັ້ມແຂງກວ່າກະສັດເຣຊິນ. ສ່ວນອິດສະຣາເອນກໍຈະສິ້ນຄວາມເປັນຊາດໄປ ພາຍໃນຫົກສິບຫ້າປີ.
ແຕ່ເຮົາໄດ້ເອີ້ນເອົາລາວຫລາຍເທົ່າໃດ ລາວກໍຍິ່ງຫັນໜີຈາກເຮົາ ໄປຫລາຍເທົ່ານັ້ນ. ປະຊາຊົນຂອງເຮົາໄດ້ຖວາຍສັດບູຊາແກ່ພະບາອານ ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ຮູບເຄົາຣົບ.
ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງນາງອອກຕໍ່ໜ້າຄົນຮັກຂອງນາງ ແລະຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກອຳນາດຂອງເຮົາໄດ້.
ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະເງິນຄຳທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ພະບາອານນັ້ນໃຫ້ແກ່ນາງ.
ປະຊາຊົນຂອງເຮົາໄດ້ເລືອກເອົາກະສັດ ແຕ່ພວກເຂົາເຮັດໄປໂດຍຕົນເອງ. ພວກເຂົາແຕ່ງຕັ້ງເອົາພວກຜູ້ນຳໂດຍທີ່ເຮົາບໍ່ເຫັນດີນຳ. ພວກເຂົາເອົາເງິນແລະຄຳຂອງພວກເຂົາສ້າງຮູບເຄົາຣົບ ທີ່ຈະເປັນເຫດໃຫ້ພວກເຂົາຖືກທຳລາຍ.
ຕໍ່ມາ ພວກທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເຜົ່າເອຟຣາອິມ ກໍເລີ່ມອອກເດີນທາງ ເທື່ອລະກອງຮ້ອຍໂດຍມີເອລີຊາມາລູກຊາຍຂອງອາມມີຮຸດ ເປັນຜູ້ບັນຊາການ.
ພວກເຫຼົ່ານີ້ແມ່ນນັກສືບສອດແນມ ທີ່ໂມເຊສົ່ງໄປສຳຫລວດເບິ່ງດິນແດນ. ເພິ່ນໄດ້ປ່ຽນຊື່ໃຫ້ໂຮເຊຢາລູກຊາຍຂອງນູນວ່າ ໂຢຊວຍ.
ເພາະວ່າ, ທຸກຄົນທີ່ຍົກຕົວຂຶ້ນ ຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖ່ອມຕົວລົງ ຈະໄດ້ຮັບການຍົກຂຶ້ນ.”
ດ້ວຍເຫດນັ້ນ ຄວາມບາບໄດ້ເຂົ້າມາໃນໂລກ ເພາະດ້ວຍມະນຸດຄົນດຽວ ແລະຄວາມຕາຍກໍໄດ້ເກີດມາຍ້ອນຄວາມຜິດບາບນັ້ນ. ຢ່າງນັ້ນແຫຼະ ຄວາມຕາຍຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບແລ້ວ.
ເພາະວ່າ, ຄວາມຮັກຂອງພຣະຄຣິດຊົງບັງຄັບພວກເຮົາຢູ່ ຍ້ອນພວກເຮົາແນ່ໃຈວ່າ, ມີຜູ້ໜຶ່ງໄດ້ຕາຍແທນຄົນທັງປວງ. ດັ່ງນັ້ນ ຄົນທັງປວງຈຶ່ງໄດ້ເຂົ້າສ່ວນໃນຄວາມຕາຍນັ້ນ.
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ສິ່ງທີ່ເຮົາກະທຳໃນມື້ນີ້ ຈະເຮັດໃຫ້ຊາວອິດສະຣາເອນທຸກຄົນໃຫ້ກຽດແກ່ເຈົ້າ ວ່າເຈົ້າເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ ແລະພວກເຂົາຈະຮູ້ວ່າ ເຮົາໄດ້ຢູ່ນຳເຈົ້າເໝືອນດັ່ງທີ່ໄດ້ຢູ່ນຳໂມເຊ.
ແລ້ວຊາວເອຟຣາອິມໄດ້ຕຽມຕົວອອກສູ້ຮົບ ແລະຂ້າມແມ່ນໍ້າຈໍແດນໄປສູ່ຊາໂຟນ. ພວກເຂົາເວົ້າຕໍ່ເຢັບທາວ່າ, “ເປັນຫຍັງເຈົ້າຈຶ່ງຂ້າມຊາຍແດນໄປສູ້ຮົບພວກອຳໂມນ ໂດຍບໍ່ເອີ້ນພວກເຮົາໄປນຳ? ພວກເຮົາຈະຈູດເຮືອນເຜົາເຈົ້າຖິ້ມເສຍ.”
ຕໍ່ມາ ຊາວເອຟຣາອິມໄດ້ຖາມກີເດໂອນວ່າ, “ເວລາທີ່ເຈົ້າອອກໄປສູ້ຮົບນັ້ນ ເປັນຫຍັງຈຶ່ງບໍ່ເອີ້ນພວກເຮົາແດ່? ເປັນຫຍັງຈຶ່ງເຮັດກັບພວກເຮົາແບບນີ້?” ພວກເຂົາຕໍ່ວ່າຕໍ່ຂານກ່ຽວກັບເລື່ອງນີ້ຢ່າງຮຸນແຮງ.
ຊາມູເອນກ່າວວ່າ, “ເຖິງແມ່ນເຈົ້າຖືຕົນເອງວ່າບໍ່ມີຄວາມສຳຄັນກໍຕາມ ແຕ່ເຈົ້າກໍເປັນຜູ້ນຳເຜົ່າຕ່າງໆຂອງຊາດອິດສະຣາເອນ. ພຣະເຈົ້າຢາເວໄດ້ໃຊ້ນໍ້າມັນສັກສິດຫົດສົງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ