Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 12:8 - ພຣະຄຳພີສັກສິ

8 ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຮັ່ງມີ ພວກເຮົາ​ມີ​ຊັບສົມບັດ​ຫລາຍ. ບໍ່ມີ​ຜູ້ໃດ​ຟ້ອງຮ້ອງ​ພວກເຮົາ​ວ່າ ຮັ່ງມີ​ຍ້ອນ​ຄວາມ​ບໍ່​ສັດຊື່​ໄດ້​ດອກ.’

Uka jalj uñjjattʼäta Copia luraña




ໂຮເສອາ 12:8
29 Jak'a apnaqawi uñst'ayäwi  

ເມື່ອ​ຖືກ​ຄົນຊົ່ວຮ້າຍ​ຜູ້​ທີ່​ວາງໃຈ​ໃນ​ຄວາມຮັ່ງມີ ອວດດີ​ໃນ​ຊັບສິນ​ອັນ​ໃຫຍ່ໂຕ​ຂອງ​ເຂົາເຈົ້າ.


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ຕາຊິງ​ຂີ້ຫລັກ. ພຣະອົງ​ດີໃຈ​ນຳ​ຜູ້​ທີ່​ຊັ່ງຕວງ​ຢ່າງ​ຖືກຕ້ອງ.


ຜູ້​ທີ່​ຄິດ​ວ່າ​ຕົນ​ສະອາດ​ບໍຣິສຸດ ໃນ​ເມື່ອ​ຕົນ​ເປິເປື້ອນ​ທີ່ສຸດ ຄົນ​ຢ່າງນີ້​ກໍມີ.


ຍິງ​ທີ່​ບໍ່​ສັດຊື່ ກໍ​ປະພຶດ​ດັ່ງນີ້: ນາງ​ຫລິ້ນຊູ້​ເໝືອນກັບ​ກິນ​ແລ້ວ​ເຊັດ​ປາກ ແລະ​ບອກ​ວ່າ, “ຂ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ.”


ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ


ເຈົ້າ​ຍັງ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຜິດ ແນ່ນອນ ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຂ້ອຍ,’ ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ເຈົ້າ​ໄດ້​ປະຕິເສດ​ວ່າ​ບໍ່ໄດ້​ເຮັດ​ບາບ.


ນາຍພານ​ຈັບ​ນົກ​ໄດ້​ເຕັມ​ກົງ​ຂັງ​ສັນໃດ ພວກເຂົາ​ກໍໄດ້​ເຄື່ອງປຸ້ນ​ມາ​ໄວ້​ເຕັມເຮືອນ​ສັນນັ້ນ. ເພາະ​ສະນັ້ນ ພວກເຂົາ​ຈຶ່ງ​ມີ​ອຳນາດ​ແລະ​ຮັ່ງມີ​ເປັນດີ


ເຈົ້າ​ໄດ້​ເຮັດ​ທຸລະກິດ​ຢ່າງ​ຫລັກແຫລມ​ແລະ​ສືບຕໍ່​ໄດ້​ກຳໄລ. ເຈົ້າ​ຊ່າງ​ອວດອົ່ງ​ທະນົງ​ຕົວ​ກັບ​ຊັບສົມບັດ​ຂອງ​ເຈົ້າ​ແທ້ໆ​ນໍ.


ແຕ່​ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ພວກເຈົ້າ​ໄດ້​ກິນ​ອີ່ມໜຳ​ສຳລານ ແລ້ວ​ພວກເຈົ້າ​ກໍ​ຈອງຫອງ ແລະ​ລືມໄລ​ເຮົາ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ພວກເຈົ້າ​ຮັ່ງມີ​ຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ; ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ ເຮັດ​ບາບ​ຫລາຍ​ຂຶ້ນ​ຕື່ມ.


ຍັງ​ດົນ​ປານໃດ​ວັນ​ຊະບາໂຕ​ຈະ​ໝົດ​ໄປ ເພື່ອ​ວ່າ​ພວກເຮົາ​ຈະ​ເລີ່ມ​ຂາຍ​ເຂົ້າ​ສາລີ​ໄດ້? ແລ້ວ​ພວກເຮົາ​ກໍ​ຈະ​ຄິດຄ່າ​ເກີນກວ່າ​ລາຄາ, ໃຊ້​ເຄື່ອງ​ຜອງ​ບໍ່​ຖືກຕ້ອງ ແລະ​ດັດແປງ​ຊິງ​ເພື່ອ​ສໍ້ໂກງ​ລູກຄ້າ​ຂອງ​ພວກເຮົາ.


ພວກເຂົາ​ຂາບໄຫວ້​ແລະ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ແມ່ນແຕ່​ມອງ​ຂອງ​ພວກເຂົາ ເພາະວ່າ​ມອງ​ນັ້ນ​ເຮັດ​ໃຫ້​ພວກເຂົາ​ໃຊ້​ຊີວິດ​ຢູ່​ຢ່າງ​ຟຸມເຟືອຍ ແລະ​ມີ​ອາຫານ​ການກິນ​ຢ່າງດີໆ.


ບັນດາ​ເຈົ້າຂອງ​ໄດ້​ຂ້າ​ແກະ​ເຫຼົ່ານັ້ນ ແລະ​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ. ພວກເຂົາ​ຂາຍ​ຊີ້ນ ແລະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າຢາເວ ພວກເຮົາ​ຕ່າງ​ກໍ​ຮັ່ງມີ’ ແມ່ນແຕ່​ຜູ້ລ້ຽງແກະ​ເອງ​ກໍ​ຍັງ​ບໍ່​ເມດຕາ​ສົງສານ​ຝູງແກະ​ນັ້ນ.” (


ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະອົງ?’


ແຕ່​ທຳບັນດິດ​ຄົນ​ນັ້ນ ຢາກ​ສະແດງ​ວ່າ​ຕົນ​ເປັນ​ຄົນ​ສິນທຳ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ຕື່ມ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ເພື່ອນບ້ານ​ຂອງ​ຂ້ານ້ອຍ?”


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ເຫດສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ຄິດ​ວ່າ​ພວກເຈົ້າ​ຮັ່ງມີ​ເປັນດີ ດ້ວຍ​ກຳລັງ​ແລະ​ເຫື່ອແຮງ​ຂອງ​ພວກເຈົ້າ​ເອງ.


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.


ເພາະ​ເຈົ້າ​ເວົ້າ​ວ່າ, ‘ຂ້ອຍ​ຮັ່ງມີ​ເປັນ​ດີ​ແລ້ວ ຂ້ອຍ​ບໍ່​ຕ້ອງການ​ສິ່ງໃດໆ​ອີກ.’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ທຸກໄຮ້​ເຂັນໃຈ ແລະ​ເປັນ​ຄົນ​ໜ້າສົງສານ​ສໍ່າໃດ ເປັນ​ຄົນ​ຂັດສົນ ເປັນ​ຄົນ​ຕາບອດ​ແລະ​ເປືອຍກາຍ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka