ໂຮເສອາ 12:6 - ພຣະຄຳພີສັກສິ6 ດ້ວຍເຫດນີ້ ເຊື້ອສາຍຂອງຢາໂຄບເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຂອງພວກເຈົ້າ ແລະກັບຄືນໄປຫາພຣະອົງເທີ້ນ. ຈົ່ງສັດຊື່ແລະທ່ຽງທຳ ແລະຈົ່ງຄອຍຖ້າພຣະເຈົ້າຂອງພວກເຈົ້າ ດຳເນີນການດ້ວຍຄວາມອົດທົນ. Uka jalj uñjjattʼäta |
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ.
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.