4 ຄືລາວໄດ້ຕໍ່ສູ້ກັບເທວະດາຈົນຊະນະ. ລາວໄດ້ຮ້ອງໄຫ້ແລະຂໍພອນ. ທີ່ເບັດເອນ ພຣະເຈົ້າໄດ້ລົງມາຫາຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຮົາ ແລະຢູ່ທີ່ນັ້ນພຣະອົງໄດ້ກ່າວແກ່ລາວ.
ຜູ້ທີສອງອອກມາມືຈັບສົ້ນໜ່ອງຂອງເອຊາວໄວ້. ສະນັ້ນ ລາວຈຶ່ງມີຊື່ວ່າ ຢາໂຄບ. ເມື່ອລູກຊາຍຝາແຝດເກີດມາ ອີຊາກອາຍຸໄດ້ 60 ປີ.
ສ່ວນເພິ່ນເອງຍັງນອນຄ້າງຄືນຢູ່ຟາກແມ່ນໍ້າພຸ້ນແຕ່ຜູ້ດຽວ. ແລ້ວມີຊາຍຄົນໜຶ່ງມາກຸມປໍ້າສູ້ກັບເພິ່ນຈົນເຖິງຮຸ່ງເຊົ້າ.
ເມື່ອຊາຍຄົນນີ້ເຫັນວ່າຕົນຈະບໍ່ຊະນະ ຈຶ່ງຕີແອວຂອງຢາໂຄບຈົນພິກໂບກ.
ຊາຍຜູ້ນັ້ນເວົ້າວ່າ, “ປ່ອຍຂ້ອຍແມ ເພາະຕາເວັນຈວນຈະຂຶ້ນແລ້ວ.” ແຕ່ຢາໂຄບຕອບວ່າ, “ຂ້ອຍຈະບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຈະອວຍພອນຂ້ອຍ.”
ຢາໂຄບຂໍຮ້ອງວ່າ, “ບັດນີ້ ຈົ່ງບອກຊື່ຂອງເຈົ້າໃຫ້ຂ້ອຍຮູ້ແດ່.” ແຕ່ຊາຍຄົນນັ້ນຕອບວ່າ, “ເຈົ້າຢາກຮູ້ຊື່ຂອງຂ້ອຍເຮັດຫຍັງ?” ແລ້ວເພິ່ນກໍໄດ້ອວຍພອນຢາໂຄບ.
ຢາໂຄບໃສ່ຊື່ບ່ອນນັ້ນວ່າ ເບັດເອນ.
ແລ້ວເພິ່ນກໍອວຍພອນແກ່ໂຢເຊັບ ວ່າ: “ຂໍພຣະເຈົ້າອົງທີ່ພໍ່ຂອງຂ້ານ້ອຍຄືອີຊາກແລະອັບຣາຮາມ ຜູ້ທີ່ບາກບັ່ນຮັບໃຊ້ພຣະອົງ ອວຍພອນເດັກນ້ອຍເຫຼົ່ານີ້ ຂໍພຣະເຈົ້າອົງທີ່ນຳພາຂ້ານ້ອຍທຸກມື້ນີ້ແລະທຸກເວລາ; ຈົ່ງອວຍພອນເຂົາເຫຼົ່ານີ້ເທີ້ນ
ພຣະອົງໄດ້ປ່ຽນທະເລເລິກໃຫ້ເປັນດິນແຫ້ງໄປ ປູ່ຍ່າຕາຍາຍຂອງພວກເຮົາໄດ້ຍ່າງຂ້າມນໍ້ານັ້ນ ຢູ່ທີ່ນັ້ນພວກເພິ່ນຕ່າງກໍຊົມຊື່ນຍິນດີ ເພາະສິ່ງທີ່ພຣະອົງໄດ້ກະທຳນັ້ນ.
ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອພວກເຂົາ ໃຫ້ພົ້ນຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາຕົນໜຶ່ງຕົນໃດທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກແລະຄວາມເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາໄປຕຽມທາງໄວ້ສຳລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າກຳລັງຊອກຫານັ້ນ ກໍຈະມາທີ່ພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ.”
ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ໃນເວລານັ້ນ ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນພວກນັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ຢ່າງນັ້ນແຫຼະ ພວກເຮົາຈຶ່ງຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ.
ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ.