Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 12:3 - ພຣະຄຳພີສັກສິ

3 ຢາໂຄບ ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ຕໍ່ສູ້​ກັບ​ເອຊາວ​ອ້າຍ​ແຝດ​ຂອງຕົນ ໃນ​ຂະນະທີ່​ທັງສອງ​ຍັງ​ຢູ່​ໃນ​ທ້ອງ​ແມ່; ເມື່ອ​ຢາໂຄບ​ໃຫຍ່​ຂຶ້ນ​ມາ ລາວ​ກໍໄດ້​ຕໍ່ສູ້​ພຣະເຈົ້າ

Uka jalj uñjjattʼäta Copia luraña




ໂຮເສອາ 12:3
14 Jak'a apnaqawi uñst'ayäwi  

ຜູ້​ທີ​ສອງ​ອອກ​ມາ​ມື​ຈັບ​ສົ້ນໜ່ອງ​ຂອງ​ເອຊາວ​ໄວ້. ສະນັ້ນ ລາວ​ຈຶ່ງ​ມີ​ຊື່​ວ່າ ຢາໂຄບ. ເມື່ອ​ລູກຊາຍ​ຝາແຝດ​ເກີດ​ມາ ອີຊາກ​ອາຍຸ​ໄດ້ 60 ປີ.


ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ກຳຈັດ​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ​ໂດຍ​ຈົ່ງ​ໄວ້​ແຕ່​ອານາຈັກ​ຢູດາຍ​ພວກດຽວ​ເທົ່ານັ້ນ.


ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ຊາດ​ອິດສະຣາເອນ​ທັງໝົດ ໂດຍ​ລົງໂທດ​ແລະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ​ຜູ້​ໂຫດຫ້ຽມ ຈົນ​ໃນທີ່ສຸດ ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ.


ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ, ຕາມ​ທີ່​ພຣະອົງ​ໄດ້​ຕັກເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ສະນັ້ນ ເຮົາ​ຈຶ່ງ​ຈະ​ກ່າວ​ຄະດີ​ຕໍ່​ປະຊາຊົນ​ຂອງເຮົາ ເຮົາ​ຈະ​ນຳ​ຂໍ້​ກ່າວຟ້ອງ​ເຊື້ອສາຍ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຊາດ​ອິດສະຣາເອນ​ເອີຍ ຈຸດຈົບ​ໄດ້​ມາເຖິງ​ແລ້ວ. ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເພາະ​ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ປະພຶດ.


ແຕ່​ໃນ​ໄວໆ​ນີ້ ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ທັງໝົດ​ຂອງເຮົາ. ເຮົາ​ຈະ​ຕັດສິນ​ລົງໂທດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ ແລະ​ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ ເໝືອນກັນ​ກັບ​ປະຊາຊົນ. ເຮົາ​ຈະ​ລົງໂທດ​ພວກເຈົ້າ ແລະ​ເຮັດ​ໃຫ້​ໃຊ້​ໜີ້ກຳ​ແຫ່ງ​ການຊົ່ວ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.


ພູເຂົາ​ທັງຫລາຍ​ເອີຍ ເຈົ້າ​ຊຶ່ງ​ເປັນ​ຮາກຖານ​ອັນ​ຕະຫລອດໄປ​ຂອງ​ແຜ່ນດິນ​ໂລກ​ນີ້ ຈົ່ງ​ຟັງ​ຄະດີ​ຂອງ​ພຣະເຈົ້າຢາເວ​ເຖີດ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກຳລັງ​ກ່າວໂທດ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.


ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka