Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 12:11 - ພຣະຄຳພີສັກສິ

11 ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”

Uka jalj uñjjattʼäta Copia luraña




ໂຮເສອາ 12:11
18 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ພຣະເຈົ້າຢາເວ​ໄດ້​ສົ່ງ​ພວກ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄດ້​ຮັບ​ນິມິດ​ໃຫ້​ໄປ​ເຕືອນ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ​ວ່າ, “ຈົ່ງ​ປະຖິ້ມ​ຄວາມ​ປະພຶດ​ຊົ່ວ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ມີ​ຢູ່​ໃນ​ກົດບັນຍັດ​ທີ່​ເຮົາ​ໄດ້​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ.”


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


“ມະນຸດ​ເອີຍ ຈົ່ງ​ບອກ​ຄຳ​ປຽບທຽບ​ເລື່ອງ​ໜຶ່ງ


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ເຄືອ​ອະງຸ່ນ​ທີ່​ມີ​ໝາກ​ດົກ. ພວກເຂົາ​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ແທ່ນບູຊາ​ຫລາຍ​ຂຶ້ນ​ເທົ່ານັ້ນ. ດິນແດນ​ຂອງ​ພວກເຂົາ​ຜະລິດ​ຜົນ​ດີ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ເສົາ​ສັກສິດ​ສຳລັບ​ຂາບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່ານັ້ນ.


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ກີເລອາດ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄົນຊົ່ວ ແລະ​ອາຊະຍາກອນ.


ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ຊົ່ວຊ້າ​ທຸກຢ່າງ​ຂອງ​ພວກເຂົາ​ເລີ່ມຕົ້ນ​ທີ່​ເມືອງ​ກິນການ. ແມ່ນ​ບ່ອນ​ນັ້ນ​ແຫຼະ ທີ່​ເຮົາ​ເລີ່ມຕົ້ນ​ກຽດຊັງ​ພວກເຂົາ. ຍ້ອນ​ຄວາມ​ບາບ​ທີ່​ພວກເຂົາ​ເຮັດ​ນັ້ນ ເຮົາ​ຈະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງເຮົາ. ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ; ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ເຮົາ.


“ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່​ເມືອງ​ເບັດເອນ ແລະ​ເຮັດ​ບາບ​ໃຫ້​ຫລາຍ​ຂຶ້ນ​ໃນ​ທີ່ນັ້ນ​ສາ ຈົ່ງ​ໄປ​ເຮັດ​ບາບ​ດ້ວຍ​ສຸດ​ກຳລັງ​ທີ່​ເມືອງ​ກິນການ​ເຖີດ ຈົ່ງ​ໄປ​ສາ​ແລະ​ນຳ​ສັດ​ໄປ​ຖວາຍ​ເຊົ້າແລ້ວ​ເຊົ້າ​ອີກ ແລະ​ໃນ​ທຸກ​ສາມ​ວັນ​ໃດ ໃຫ້​ນຳ​ໜຶ່ງສ່ວນສິບ​ໄປ​ຖວາຍ​ດ້ວຍ.


ຢ່າ​ສູ່​ໄປ​ນະມັດສະການ​ທີ່​ເມືອງ​ເບເອນເຊບາ. ຢ່າ​ສູ່​ພະຍາຍາມ​ໄປ​ຊອກຫາ​ເຮົາ​ທີ່​ເບັດເອນ ເພາະວ່າ​ເບັດເອນ​ຈະ​ບໍ່ມີ​ຫຍັງ​ໝົດ. ຢ່າ​ສູ່​ໄປ​ເມືອງ​ກິນການ ເພາະ​ຊາວ​ເມືອງ​ຈະ​ໄດ້​ຮັບ​ເຄາະກຳ ຄື​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka