Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 12:1 - ພຣະຄຳພີສັກສິ

1 ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ໂຮເສອາ 12:1
20 Jak'a apnaqawi uñst'ayäwi  

ແລ້ວ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ​ເປັນ​ເມັດລີບ​ແລະ​ຫ່ຽວແຫ້ງ ເພາະ​ຖືກ​ລົມ​ທະເລຊາຍ​ພັດ


ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.


ເພິ່ນ​ໄດ້​ສ້າງ​ແມ່ນແຕ່​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ໄວ້​ຕັ້ງ​ຫລາຍ​ບ່ອນ​ຢູ່​ສະຖານທີ່​ສູງ​ໃນ​ເຂດ​ເນີນພູ​ຂອງ​ຢູດາຍ ຊຶ່ງ​ເປັນ​ການນຳພາ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ເຮັດ​ບາບ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ.


ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”


ເພື່ອ​ຢາກ​ມີ​ອາຫານ​ລ້ຽງ​ຊີບ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ ຕ້ອງ​ໄປ​ຂໍທານ​ນຳ​ເອຢິບ​ແລະ​ອັດຊີເຣຍ​ພຸ້ນ.


ແມ່ນ​ຢູ່ ມັນ​ໄດ້​ຖືກ​ປູກ​ໄວ້ ແຕ່​ມັນ​ຈະ​ມີ​ຊີວິດ ແລະ​ໃຫຍ່​ຂຶ້ນ​ໄດ້​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ລົງ ເມື່ອ​ຖືກ​ລົມ​ທາງທິດ​ຕາເວັນອອກ​ພັດ​ໃສ່​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ໃນ​ບ່ອນ​ທີ່​ມັນ​ກຳລັງ​ໃຫຍ່​ຂຶ້ນ​ມາ​ນັ້ນ​ບໍ?”’


ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ພວກເຂົາ​ຈະ​ຖືກ​ກວາດໄປ​ດັ່ງ​ລົມພະຍຸ​ພັດ ແລະ​ພວກເຂົາ​ກໍ​ຈະ​ອັບອາຍ​ໃນ​ການ​ຖວາຍບູຊາ​ຕ່າງໆ​ແກ່​ພະ​ຕ່າງຊາດ.”


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


“ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka