Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:8 - ພຣະຄຳພີສັກສິ

8 ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.

Uka jalj uñjjattʼäta Copia luraña




ໂຮເສອາ 11:8
38 Jak'a apnaqawi uñst'ayäwi  

ຕໍ່ມາ ບັນດາ​ກະສັດ​ແຫ່ງ​ນະຄອນ​ໂຊໂດມ, ໂກໂມຣາ, ອັດມາ, ເຊບົວອິມ ແລະ​ເບລາ (ທີ່​ເອີ້ນ​ວ່າ​ໂຊອາ) ໄດ້​ທ້ອນໂຮມ​ກຳລັງ​ກັນ​ທີ່​ທົ່ງ​ຮາບພຽງ​ສິດດິມ


ໃນ​ຂະນະທີ່​ເທວະດາ​ເກືອບ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະເຈົ້າຢາເວ​ປ່ຽນໃຈ​ເຖິງ​ການ​ລົງໂທດ​ປະຊາຊົນ. ພຣະອົງ​ສັ່ງ​ເທວະດາ​ທີ່​ກຳລັງ​ຂ້າ​ພວກເຂົາ​ຢູ່​ນັ້ນ​ວ່າ, “ຢຸດ! ສໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ກັບ​ລານ​ຟາດເຂົ້າ​ຂອງ​ອາໂຣນາ ຊາວ​ເຢບຸດ.


ຜູ້​ເປັນ​ແມ່​ແທ້​ມີ​ຈິດໃຈ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ຕໍ່​ລູກຊາຍ​ຂອງຕົນ ຈຶ່ງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຢ່າ​ຂ້າ​ເດັກ​ນີ້​ເລີຍ ເອົາ​ໃຫ້​ນາງ​ສາ.” ແຕ່​ຍິງ​ຄົນ​ອື່ນ​ໄດ້​ບອກ​ວ່າ, “ຢ່າ​ເອົາ​ມັນ​ໃຫ້​ຜູ້ໃດ​ເລີຍ ຕັດ​ເປັນ​ສອງ​ຕ່ອນ​ສາ.”


ແຕ່​ພຣະເຈົ້າຢາເວ​ຍັງ​ເມດຕາປານີ​ພວກເຂົາ. ພຣະອົງ​ບໍ່​ຍອມ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ແຕ່​ໄດ້​ຊ່ວຍເຫລືອ​ພວກເຂົາ​ໄວ້ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ພຣະອົງ​ບໍ່ໄດ້​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ສືບຕໍ່​ໃຊ້​ຜູ້ທຳນວາຍ​ຫລາຍ​ຄົນ​ມາ​ເຕືອນ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ບໍ່​ປະສົງ​ຈະ​ທຳລາຍ​ພວກເຂົາ ແລະ​ທີ່ສະຖິດ​ຂອງ​ພຣະອົງ.


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ສະຫວັນ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່​ໃນ​ຄວາມ​ບໍຣິສຸດ ແລະ​ໃນ​ສະຫງ່າຣາສີ​ນັ້ນ ຈົ່ງ​ແນມ​ລົງ​ມາເບິ່ງ​ພວກ​ຂ້ານ້ອຍ​ທັງຫລາຍ​ແດ່ທ້ອນ. ຄວາມ​ຫ່ວງໃຍ​ອັນ​ໃຫຍ່ຫລວງ​ທີ່​ພຣະອົງ​ມີ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ຢູ່​ໃສ? ຣິດອຳນາດ​ຂອງ​ພຣະອົງ​ໄປ​ໃສ​ແລ້ວ? ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ​ຢູ່​ໃສ​ແລ້ວ? ຢ່າ​ເມີນເສີຍ​ຕໍ່​ພວກ​ຂ້ານ້ອຍ​ເລີຍ.


ແຕ່​ແລ້ວ​ຊົນຊາດ​ນັ້ນ​ຫັນໜີ​ຈາກ​ການ​ຊົ່ວຮ້າຍ​ຂອງຕົນ ເຮົາ​ກໍ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ວ່າ​ຈະ​ເຮັດ​ນັ້ນ.


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


‘ຖ້າ​ພວກເຈົ້າ​ຢາກ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຕໍ່ໄປ​ແລ້ວ ເຮົາ​ກໍ​ຈະ​ສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ທຳລາຍ​ພວກເຈົ້າ​ລົງ; ເຮົາ​ຈະ​ປູກ​ພວກເຈົ້າ ແລະ​ຈະ​ບໍ່​ຫລົກ​ພວກເຈົ້າ​ຖິ້ມ. ການທຳລາຍ​ທີ່​ເຮົາ​ນຳ​ມາ​ສູ່​ພວກເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມທຸກໃຈ​ຫລາຍ.


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ພຣະອົງ​ອາດ​ເຮັດ​ໃຫ້​ພວກເຮົາ​ໂສກເສົ້າ​ເສຍໃຈ ແຕ່​ຄວາມຮັກ​ຂອງ​ພຣະອົງ​ກໍ​ໝັ້ນຄົງ​ແນ່ແທ້.


ພຣະອົງ​ບໍ່​ພໍໃຈ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ເສຍໃຈ ຫລື​ໃຫ້​ພວກເຮົາ​ໄດ້​ເຈັບປວດ​ແລະ​ໂສກເສົ້າ.


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


“ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.


“ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່​ເກີດຂຶ້ນ.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຍັງ​ຈະ​ບໍ່​ເກີດຂຶ້ນ​ມາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ສາບານ​ວ່າ ໂມອາບ​ແລະ​ອຳໂມນ​ຈະ​ຖືກ​ທຳລາຍ​ສັນນັ້ນ ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ບໍ່ເກືອ ແລະ​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ມີ​ແຕ່​ຫຍ້າ​ເກີດຂຶ້ນ​ທົ່ວ​ໄປ. ປະຊາຊົນ​ຂອງເຮົາ​ຜູ້​ທີ່​ລອດຊີວິດ​ຈະ​ປຸ້ນສະດົມ​ເມືອງ​ຕ່າງໆ ແລະ​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ.”


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ລູກຫລານ​ຂອງ​ພວກເຈົ້າ​ໃນ​ລຸ້ນ​ຕໍ່ໄປ​ແລະ​ຊາວ​ຕ່າງດ້າວ​ແຕ່​ແດນໄກ ຈະ​ໄດ້​ເຫັນ​ໄພພິບັດ​ແລະ​ຄວາມ​ທົນທຸກ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ.


ໄຮ່​ນາ​ຈະ​ແຫ້ງແລ້ງ​ແລະ​ແຂງ​ເປັນ​ດິນ​ດາກ​ປົນ​ເກືອ ຈະ​ປູກ​ສິ່ງໃດ​ໃສ່​ດິນ​ນັ້ນ​ກໍ​ບໍ່ໄດ້ ແລະ​ແມ່ນແຕ່​ຫຍ້າ​ກໍ​ຈະ​ບໍ່​ເກີດຂຶ້ນ​ເລີຍ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ເມືອງ​ອັດມາ​ແລະ​ເຊບົວອິມ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ທຳລາຍ ເມື່ອ​ພຣະອົງ​ໄດ້​ໂກດຮ້າຍ​ຢ່າງ​ຮຸນແຮງ​ນັ້ນ.


ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.


ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ໃຫ້​ເປັນ​ເຖົ່າ ໂດຍ​ທຳລາຍ​ໃຫ້​ຈິບຫາຍ​ດ້ວຍ​ໄຟ ເພື່ອ​ເປັນ​ຕົວຢ່າງ​ແກ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃນ​ຂັ້ນ​ຕໍ່ໄປ.


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.


ເມື່ອ​ເຫັນ​ຄວັນ​ຈາກ​ແປວໄຟ​ທີ່​ໄໝ້​ນະຄອນ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ບໍ່ມີ​ນະຄອນ​ໃດ​ເລີຍ ທີ່​ຈະ​ເປັນ​ດັ່ງ​ມະຫາ​ນະຄອນ​ນີ້.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka