Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:7 - ພຣະຄຳພີສັກສິ

7 ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.

Uka jalj uñjjattʼäta Copia luraña




ໂຮເສອາ 11:7
18 Jak'a apnaqawi uñst'ayäwi  

ແຕ່​ປະຊາຊົນ​ຂອງເຮົາ​ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດສະຣາເອນ​ບໍ່ເຄີຍ​ເຊື່ອຟັງ​ເຮົາ​ຈັກເທື່ອ.


ຄົນຊົ່ວ​ຈະ​ໄດ້​ຮັບ​ຜົນ​ກຳ​ຊົ່ວ​ນຳ​ສະໜອງ ຄົນດີ​ຈະ​ມີ​ບຳເໜັດ​ຍ້ອນ​ການດີ​ທີ່​ຕົນ​ເຮັດ​ນັ້ນ.


ເຖິງ​ວ່າ​ພຣະອົງ​ເມດຕາ​ຕໍ່​ຄົນຊົ່ວຮ້າຍ​ກໍຕາມ ພວກເຂົາ​ກໍ​ບໍ່ເຄີຍ​ຮຽນຮູ້​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບ່ອນນີ້​ຈະ​ເປັນ​ດິນແດນ ບ່ອນ​ທີ່​ຄົນ​ຊອບທຳ​ອາໄສ​ຢູ່​ກໍຕາມ; ພວກເຂົາ​ກໍ​ຍັງ​ເຮັດ​ໃນ​ສິ່ງ​ທີ່​ຜິດພາດ​ສະເໝີ​ມາ ພວກເຂົາ​ບໍ່​ຍອມ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.


ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ​ກໍດີ ນາງ​ຍັງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ຍັງ​ດີກວ່າ​ຢູດາ​ທີ່​ບໍ່​ສັດຊື່.”


ຕັ້ງແຕ່​ມື້​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ອອກ​ຈາກ​ປະເທດ​ເອຢິບ ມາ​ຈົນເຖິງ​ທຸກ​ວັນນີ້; ເຮົາ​ກໍໄດ້​ໃຊ້​ບັນດາ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງເຮົາ​ໄປ​ຫາ​ພວກເຈົ້າ​ສະເໝີ.


ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ຫລື​ເອົາໃຈໃສ່​ເລີຍ, ແຕ່​ພວກເຈົ້າ​ແຮ່ງ​ເປັນ​ຄົນ​ຫົວ​ດື້ດ້ານ ແລະ​ກະບົດ​ຫລາຍກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ. ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka