Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:6 - ພຣະຄຳພີສັກສິ

6 ສົງຄາມ​ຈະ​ທຳລາຍ​ເມືອງ​ຂອງ​ພວກເຂົາ ແລະ​ທຳລາຍ​ປະຕູ​ເມືອງ​ໃຫ້​ເພພັງ​ໄປ. ມັນ​ຈະ​ທຳລາຍ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ເຮັດ​ຕາມ​ທີ່​ພວກເຂົາ​ເຫັນຊອບ.

Uka jalj uñjjattʼäta Copia luraña




ໂຮເສອາ 11:6
25 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ມົນທິນ​ຍ້ອນ​ພວກເຂົາ​ກະທຳ​ຜິດ ແລະ​ເປັນ​ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າ.


ຫລາຍ​ຄັ້ງ​ພຣະອົງ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ, ແຕ່​ພວກເຂົາ​ພັດ​ເລືອກ​ກະບົດ​ຕໍ່​ພຣະອົງ ຈຶ່ງ​ຈົມ​ຢູ່​ໃນ​ການບາບ​ຂອງ​ພວກເຂົາ​ເອງ.


ກ່ອນ​ເຖິງ​ຍາມ​ເກັບ​ໝາກອະງຸ່ນ ເມື່ອ​ດອກ​ຂອງ​ມັນ​ຫລົ່ນ ແລະ​ໝາກອະງຸ່ນ​ກຳລັງ​ສຸກ ສັດຕູ​ຈະ​ມາ​ທຳລາຍ​ຊາວ​ເອທີໂອເປຍ​ຢ່າງ​ງ່າຍດາຍ ດັ່ງ​ເອົາ​ມີດ​ຕັດ​ຕົ້ນ​ອະງຸ່ນ​ຖິ້ມ.


ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ກໍ​ຮົກຮ້າງ​ເພພັງ ຂາດ​ຄົນ​ຢູ່​ອາໄສ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າແປນ. ມັນ​ກາຍເປັນ​ທົ່ງ​ທີ່​ສັດ​ພັກຜ່ອນ​ແລະ​ເລາະ​ກິນ​ຫຍ້າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: “ເຄາະກຳ​ເປັນ​ຂອງ​ຜູ້ປົກຄອງ​ຢູດາຍ​ສາ​ແລ້ວ ເພາະ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ເຮັດ​ຕາມ​ແຜນການ​ຕ່າງໆ​ທີ່​ເຮົາ​ບໍ່ໄດ້​ກຳນົດ​ໃຫ້ ແລະ​ເຊັນ​ສັນຍາ​ຕໍ່ສູ້​ຄວາມປະສົງ​ຂອງເຮົາ ໂດຍ​ເຮັດ​ບາບຊ້ອນບາບ​ກອງ​ໄວ້.


ພຣະເຈົ້າຢາເວ​ຈະ​ລົງໂທດ​ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ແລະ​ປະຊາຊົນ ໃຫ້​ໝົດ​ໄປ​ໃນ​ພຽງ​ວັນດຽວ; ພຣະອົງ​ຈະ​ຕັດ​ຫົວ​ຕັດ​ຫາງ​ພວກເຂົາ​ຖິ້ມ​ໝົດ.


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ຕາຍ ປະຊາຊົນ​ຕາຍ ນັກປົກຄອງ ແລະ​ນັກປາດ​ດ້ວຍ.


ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ


ຈົ່ງ​ບອກ​ປ່າ​ທາງ​ທິດໃຕ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ເບິ່ງແມ! ເຮົາ​ກຳລັງ​ກໍ່​ໄຟ​ຂຶ້ນ ແລະ​ມັນ​ຈະ​ໄໝ້​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ ບໍ່​ວ່າ​ຕົ້ນ​ເປັນ​ຫລື​ຕົ້ນຕາຍ. ບໍ່ມີ​ສິ່ງໃດ​ຈະ​ສາມາດ​ມອດ​ມັນ​ໄດ້. ມັນ​ຈະ​ລຸກ​ລາມ​ແຕ່​ທິດໃຕ້​ຂຶ້ນ​ໄປ​ຫາ​ທິດເໜືອ ແລະ​ທຸກຄົນ​ຈະ​ຮູ້ສຶກ​ເຖິງ​ຄວາມຮ້ອນ​ຂອງ​ໄຟ​ນີ້.


ສົງຄາມ​ຈຶ່ງ​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ ແລະ​ປ້ອມ​ທັງໝົດ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ລົງ. ມັນ​ຈະ​ເປັນ​ດັ່ງ​ວັນ​ທີ່​ກະສັດ​ຊັນມານ ໄດ້​ທຳລາຍ​ເມືອງ​ເບັດ​ອາກເບັນ​ໃນ​ສະໜາມຮົບ ຈົນ​ບັນດາ​ຜູ້​ເປັນ​ແມ່​ແລະ​ລູກໆ​ຖືກ​ຢຽບ​ຕາຍ​ໝົດກ້ຽງ.


ຮູບ​ນັ້ນ​ຈະ​ຖືກ​ນຳ​ໄປ​ອັດຊີເຣຍ ເພື່ອ​ເປັນ​ເຄື່ອງ​ບັນນາການ​ແກ່​ຈັກກະພັດ​ຜູ້​ຍິ່ງໃຫຍ່. ເອຟຣາອິມ​ກໍ​ຈະ​ຖືກ​ອັບອາຍ; ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍ​ຂາຍໜ້າ ຍ້ອນ​ຮູບເຄົາຣົບ​ນັ້ນ.


ຊາມາເຣຍ​ຕ້ອງ​ຮັບ​ໂທດ ຍ້ອນ​ເປັນ​ກະບົດ​ຕໍ່ສູ້​ເຮົາ. ຊາວ​ຊາມາເຣຍ​ຈະ​ຕາຍ​ໃນ​ສົງຄາມ; ພວກ​ແອນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ແຫກ​ທ້ອງ.”


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ເຮົາ​ຈະ​ທຳລາຍ​ເມືອງ​ທັງຫລາຍ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ທັບມ້າງ​ຄ້າຍ​ປ້ອງກັນ​ທັງໝົດ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.


ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka