5 ແຕ່ພວກເຂົາບໍ່ຍອມກັບຄືນມາຫາເຮົາ; ສະນັ້ນ ພວກເຂົາຈຶ່ງຕ້ອງກັບຄືນໄປປະເທດເອຢິບ ແລະກະສັດແຫ່ງອັດຊີເຣຍຈະປົກຄອງພວກເຂົາ.
ກະສັດຕີກະລາດປີເລເສແຫ່ງອັດຊີເຣຍໄດ້ບຸກລຸກອານາຈັກອິດສະຣາເອນ. ແລ້ວກະສັດເມນາເຮມກໍໄດ້ມອບເງິນໃຫ້ເພິ່ນສາມສິບແປດໂຕນ ເພື່ອສະໜັບສະໜູນຕົນໃຫ້ມີອຳນາດໄດ້ປົກຄອງຕໍ່ໄປ.
ໃນຄາວທີ່ເຈົ້າເປກາໄດ້ເປັນກະສັດແຫ່ງອິດສະຣາເອນນັ້ນ ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ຢຶດເອົາເມືອງຕ່າງໆດັ່ງນີ້: ອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະເນັບທາລີ ແລະໄດ້ນຳເອົາປະຊາຊົນໄປເປັນຊະເລີຍທີ່ອັດຊີເຣຍ.
ຮູບນັ້ນຈະຖືກນຳໄປອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ຈັກກະພັດຜູ້ຍິ່ງໃຫຍ່. ເອຟຣາອິມກໍຈະຖືກອັບອາຍ; ຊາດອິດສະຣາເອນຈະໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ ຍ້ອນຮູບເຄົາຣົບນັ້ນ.
ເມື່ອໃດເອຟຣາອິມເຫັນວ່າຕົນເຈັບໄຂ້ ແລະຢູດາຍເຫັນວ່າຕົນມີບາດແຜ ເມື່ອນັ້ນເອຟຣາອິມກໍໄປຫາອັດຊີເຣຍ ເພື່ອຂໍໃຫ້ກະສັດຜູ້ຍິ່ງໃຫຍ່ຊ່ວຍເຫລືອ, ແຕ່ລາວບໍ່ສາມາດຮັກສາພວກເຂົາ ຫລືປິ່ນປົວບາດແຜຂອງພວກເຂົາໃຫ້ດີໄດ້.
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.”
ພວກເຂົາເຜົາຖວາຍບູຊາແກ່ເຮົາ ແລະກິນຊີ້ນທີ່ໄດ້ບູຊານັ້ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈຳການບາບຂອງພວກເຂົາ ແລະລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປປະເທດເອຢິບ.
ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ.
ເມື່ອໄພພິບັດມາເຖິງ ແລະປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບຈະທ້ອນໂຮມເອົາພວກເຂົາ ຄືໂຮມເອົາໄປຝັງໄວ້ຢູ່ໃນເມືອງມຳຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະບ່ອນທີ່ຕັ້ງບ້ານເຮືອນຂອງພວກເຂົາ ກໍຈະມີຫຍ້າແລະພຸ່ມໜາມເກີດຂຶ້ນ.
“ເຮົາໄດ້ທຳລາຍບາງຄົນໃນພວກເຈົ້າ ດັ່ງໄດ້ທຳລາຍເມືອງໂຊໂດມ ແລະໂກໂມຣາ. ພວກທີ່ລອດຊີວິດມາໄດ້ກໍເປັນດັ່ງທ່ອນໄມ້ກຳລັງໄໝ້ທີ່ຖືກດຶງອອກມາຈາກໄຟ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
“ແມ່ນເຮົາທີ່ນຳເອົາຄວາມອຶດຢາກມາສູ່ເມືອງທັງຫລາຍຂອງພວກເຈົ້າ; ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມກັບຄືນມາຫາເຮົາ.” ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ.
ເມື່ອເຮົາໃຫ້ພວກເຈົ້າຖືກຈັບເປັນຊະເລີຍໃນດິນແດນໜຶ່ງທີ່ກາຍນະຄອນດາມັສກັດໄປ.” ພຣະເຈົ້າຢາເວອົງທີ່ມີນາມວ່າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
ກະສັດບໍ່ຕ້ອງມີມ້າຈຳນວນຫລວງຫລາຍໄວ້ໃຊ້ໃນກອງທັບ ແລະບໍ່ຕ້ອງສົ່ງຄົນໄປຊື້ມ້າ ທີ່ປະເທດເອຢິບ ເພາະພຣະເຈົ້າຢາເວໄດ້ບອກໄພ່ພົນຂອງພຣະອົງບໍ່ໃຫ້ພວກເຂົາກັບໄປທີ່ນັ້ນອີກຈັກເທື່ອ.