Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:4 - ພຣະຄຳພີສັກສິ

4 ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ. ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.

Uka jalj uñjjattʼäta Copia luraña




ໂຮເສອາ 11:4
14 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.


ພວກເພິ່ນ ຮຽກຮ້ອງ​ແລະ​ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ມາ ພຣະອົງ​ປະທານ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກເພິ່ນ​ຢ່າງ​ອຸດົມສົມບູນ.


ໂມເຊ​ກ່າວ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ພວກເຮົາ​ຮັກສາ​ມານາ​ບາງສ່ວນ​ໄວ້ ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ອາຫານ ທີ່​ພຣະອົງ​ໄດ້​ໃຫ້​ພວກເຮົາ​ກິນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄາວ​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.


ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດ​ແລະ​ຫັກ​ແອກ ທີ່​ເຮັດ​ໃຫ້ກຽດ​ແລະ​ສັກສີ​ຂອງ​ພວກເຈົ້າ​ຕົກຕໍ່າ ແລະ​ທັງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ ໃຫ້​ຍ່າງ​ໄປມາ​ຢ່າງ​ສະຫງ່າ​ຜ່າເຜີຍ.”


ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນ​ໂລກ​ນີ້ ແລ້ວ​ເຮົາ​ຈະ​ຊັກນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ.” (


ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.


ພຣະເຈົ້າຢາເວ​ເທົ່ານັ້ນ ນຳພາ​ປະຊາຊົນ​ຂອງຕົນ ປາສະຈາກ​ຄວາມ​ຊ່ວຍເຫລືອ ຂອງ​ບັນດາ​ພະ​ຕ່າງຊາດ.


ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka