2 ແຕ່ເຮົາໄດ້ເອີ້ນເອົາລາວຫລາຍເທົ່າໃດ ລາວກໍຍິ່ງຫັນໜີຈາກເຮົາ ໄປຫລາຍເທົ່ານັ້ນ. ປະຊາຊົນຂອງເຮົາໄດ້ຖວາຍສັດບູຊາແກ່ພະບາອານ ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ຮູບເຄົາຣົບ.
ໃນວັນທີສິບຫ້າເດືອນແປດຄືວັນທີ່ກະສັດໄດ້ກຳນົດເອົາເອງ ເພິ່ນໄດ້ໄປທີ່ເບັດເອນ ແລະຖວາຍເຄື່ອງບູຊາໂດຍຕົນເອງທີ່ເທິງແທ່ນ ໃນເທດສະການສະຫລອງທີ່ເພິ່ນໄດ້ຕັ້ງຂຶ້ນເອງສຳລັບປະຊາຊົນອິດສະຣາເອນ.
ບັດນີ້ ທ່ານຈົ່ງສັ່ງໃຫ້ປະຊາຊົນອິດສະຣາເອນທຸກຄົນໄປພົບຂ້ານ້ອຍເທິງພູເຂົາກາເມນ ພ້ອມທັງພວກຜູ້ທຳນວາຍຂອງພະບາອານສີ່ຮ້ອຍຫ້າສິບຄົນ ແລະພວກຜູ້ທຳນວາຍຂອງເຈົ້າແມ່ອາເຊຣາສີ່ຮ້ອຍຄົນ ທີ່ຣາຊີນີເຢເຊເບນເຄີຍຮ່ວມໂຕະອາຫານນຳ.”
ເປັນເວລາຫລາຍປີແລ້ວ ທີ່ພຣະອົງໄດ້ຕັກເຕືອນພວກເພິ່ນ ໂດຍບັນດານໃຈຜູ້ທຳນວາຍໃຫ້ກ່າວຕັກເຕືອນພວກເພິ່ນ; ແຕ່ປະຊາຊົນຂອງພຣະອົງຫູໜວກ ແລະຫູຕຶງ ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເພິ່ນຖືກພ່າຍແພ້.
ແຕ່ເຮົາຈະຕອບແທນການບາບທີ່ພວກເຂົາໄດ້ເຮັດ ພ້ອມທັງການບາບຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາພະຂອງຊາວຕ່າງຊາດທີ່ເນີນພູ ແລະໄດ້ເວົ້າສິ່ງທີ່ຊົ່ວຮ້າຍໃສ່ເຮົາ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາ ໃຫ້ສະສົມກັບບາບກຳຂອງພວກເຂົາໃນອະດີດ.”
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
“ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຟັງເຮົາ ແລະເຊື່ອຟັງຖ້ອຍຄຳທັງຫລາຍຂອງເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ,
ແຕ່ພວກເຈົ້າບໍ່ໄດ້ຍອມຟັງ ຫລືເອົາໃຈໃສ່ເລີຍ. ພວກເຈົ້າບໍ່ຍອມເລີກຄວາມປະພຶດອັນຊົ່ວຊ້າສຳລັບຖວາຍບູຊາໃຫ້ບັນດາພະອື່ນ.
ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້.
ເຮົາຈະລົງໂທດນາງສຳລັບເວລາທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາໃຫ້ແກ່ພະບາອານ ແລະໃສ່ເຄື່ອງເພັດພອຍໜີຕາມຄົນຮັກໄປ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ ແລະເຜົາເຄື່ອງຫອມບູຊາຢູ່ເທິງເນີນພູແລະຢູ່ໃຕ້ຕົ້ນໄມ້ສູງ ຄືຕົ້ນໄມ້ທີ່ແຜ່ງ່າອອກເພາະມັນມີຮົ່ມເຢັນດີ. ຜົນທີ່ຕາມມາກໍຄືວ່າ ພວກລູກສາວຂອງພວກເຈົ້າພາກັນເປັນໂສເພນີ ແລະພວກລູກໃພ້ຂອງພວກເຈົ້າກໍພາກັນຫລີ້ນຊູ້.
ປະຊາຊົນອິດສະຣາເອນຢູ່ໃຕ້ອຳນາດຂອງຮູບເຄົາຣົບທັງຫລາຍ. ຈົ່ງປ່ອຍໃຫ້ພວກເຂົາໄປຕາມທາງຂອງພວກເຂົາເອງ.
‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ປະຊາຊົນຂອງເຮົາດື້ດ້ານບໍ່ເຊື່ອຟັງ. ພວກເຂົາຫັນຫລັງໃສ່ເຮົາ ແລະປິດຫູຂອງພວກເຂົາໄວ້
“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທຳ ເຈົ້າໄດ້ແກວ່ງກ້ອນຫີນໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວ ທີ່ເຮົາປາຖະໜາ ອ້າແຂນໂອບກອດປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າຊໍ້າພັດບໍ່ຍິນຍອມ
ການຕັດສິນລົງໂທດເປັນດັ່ງນີ້: ຄືວ່າ ຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫລາຍກວ່າຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວ.
ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.
ອີກຄັ້ງໜຶ່ງ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ໂດຍຂາບໄຫວ້ພະບາອານກັບເຈົ້າແມ່ອັດສະຕາກ ແລະບັນດາພະຂອງຊາວຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະຊາວຟີລິດສະຕິນດ້ວຍ. ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວແລະເຊົານະມັດສະການພຣະອົງ.
ພວກເຂົາປະຖິ້ມພຣະເຈົ້າຢາເວ ແລະໄປບົວລະບັດຮັບໃຊ້ພະບາອານແລະເຈົ້າແມ່ອັດສະຕາກ.
ປະຊາຊົນອິດສະຣາເອນໄດ້ລືມໄລພຣະເຈົ້າຢາເວພຣະເຈົ້າຂອງພວກຕົນ; ພວກເຂົາໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ແລະຂາບໄຫວ້ຮູບເຄົາຣົບບາອານແລະເຈົ້າແມ່ອາເຊຣາ.