Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:11 - ພຣະຄຳພີສັກສິ

11 ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ໂຮເສອາ 11:11
17 Jak'a apnaqawi uñst'ayäwi  

ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ເປັນຫຍັງ​ບັນດາ​ເຮືອ​ຈຶ່ງ​ມາ​ດັ່ງ​ກ້ອນເມກ​ນໍ ດັ່ງ​ຝູງ​ນົກ​ເຂົາ​ບິນ​ຄືນ​ສູ່​ຮັງ​ຢ່າງ​ຟັ່ງຟ້າວ?


ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.


ຕົ້ນໄມ້​ຈະ​ເກີດ​ໝາກ, ທົ່ງນາ​ຈະ​ໃຫ້​ຜົນລະປູກ ແລະ​ທຸກຄົນ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງຕົນ. ເມື່ອ​ເຮົາ​ໄດ້​ປົດ​ໂສ້​ກັບ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ການ​ເປັນ​ທາດ​ແລ້ວ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຊາດ​ອື່ນໆ​ທັງຫລາຍ​ຈະ​ບໍ່​ມາ​ປຸ້ນຈີ້​ພວກເຂົາ​ອີກ​ຕໍ່ໄປ ແລະ​ສັດປ່າ​ທັງຫລາຍ​ຈະ​ບໍ່​ກັດ​ກິນ​ພວກເຂົາ​ອີກ. ພວກເຂົາ​ຈະ​ຢູ່​ຢ່າງ​ປອດໄພ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.


ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຄື​ດິນແດນ​ບ່ອນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່. ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ​ລູກ​ຂອງ​ພວກເຂົາ​ຕະຫລອດ​ທັງ​ເຊື້ອສາຍ​ທຸກຄົນ​ກໍ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ດ້ວຍ. ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ຕະຫລອດໄປ.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


ແຕ່​ບາງຄົນ​ເຫຼືອ​ຢູ່​ທີ່​ພູເຂົາ​ຊີໂອນ​ຈະ​ໄດ້​ພົ້ນໄພ ທີ່​ນັ້ນ​ຈະ​ໄດ້​ເປັນ​ສະຖານທີ່​ສັກສິດ​ທີ່ສຸດ​ແທ້ໆ. ປະຊາຊົນ​ຂອງ​ຢາໂຄບ​ຈະ​ໄດ້​ເປັນ​ກຳມະສິດ ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ​ຕາມ​ສິດທິ​ທີ່​ພວກເຂົາ​ມີຢູ່.


ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka