ໂຮເສອາ 11:10 - ພຣະຄຳພີສັກສິ10 ພວກເຂົາຈະຕິດຕາມພຣະເຈົ້າຢາເວໄປ ເມື່ອເຮົາຮ້ອງຄຳຣາມເໝືອນສິງ ໃສ່ສັດຕູຂອງພວກເຂົາ. ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ. Uka jalj uñjjattʼäta |
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ
“ເຢເຣມີຢາເອີຍ ເຈົ້າຕ້ອງປະກາດທຸກໆສິ່ງທີ່ເຮົາໄດ້ກ່າວນັ້ນ. ເຈົ້າຕ້ອງບອກປະຊາຊົນເຫຼົ່ານີ້ອີກວ່າ: ‘ພຣະເຈົ້າຢາເວຈະເປັ່ງສຽງຮ້ອງຈາກສະຫວັນ ຈາກທີ່ສູງສຸດບ່ອນພຣະອົງຢູ່ ກ້ອງກັງວານໄປທົ່ວ. ພຣະອົງຈະເປັ່ງສຽງຮ້ອງ ຕໍ່ສູ້ປະຊາຊົນຂອງພຣະອົງ; ພຣະອົງຈະຮ້ອງ ດັ່ງຄົນຢຽບໝາກອະງຸ່ນເຮັດເຫຼົ້າ.
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.
ບັນດາກະສັດທັງໝົດຜູ້ທີ່ເປັນເຈົ້າຖິ່ນຂອງທ້ອງທະເລຈະລົງຈາກບັນລັງຂອງຕົນ. ພວກເຂົາຈະຖືກບັງຄັບໃຫ້ແກ້ເຄື່ອງຊັ້ນນອກ ແລະເຄື່ອງນຸ່ງທີ່ປັກແສ່ວຂອງຕົນອອກ ແລະປະໃຫ້ນັ່ງສັ່ນເຊັນຕາມພື້ນດິນ. ພວກເຂົາຈະສະທ້ານຢ້ານກົວຫລາຍທີ່ສຸດຍ້ອນຊາຕາກຳຂອງເຈົ້າ ຈົນພວກເຂົາບໍ່ສາມາດຢຸດສັ່ນເຊັນໄດ້.