Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 11:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.

Uka jalj uñjjattʼäta Copia luraña




ໂຮເສອາ 11:1
18 Jak'a apnaqawi uñst'ayäwi  

ໃຫ້​ອິດສະຣາເອນ​ກ່າວ​ເຖີດ​ວ່າ, “ພວກເຂົາ​ໄດ້​ໃຫ້​ຂ້ານ້ອຍ​ທຸກຍາກ​ຢ່າງໜັກ ຕັ້ງແຕ່​ຍັງ​ໜຸ່ມນ້ອຍ​ເປັນ​ຕົ້ນມາ.


“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.


ແລ້ວ​ເຈົ້າ​ກໍ​ຕ້ອງ​ບອກ​ກະສັດ​ຟາໂຣ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ຊາດ​ອິດສະຣາເອນ​ເປັນ​ລູກຊາຍກົກ​ຂອງເຮົາ.


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ຍອມ​ຊ່ວຍກູ້​ເອົາ​ຄືກັນ ຄື​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຈົ້າ​ໄວ້. ເພາະ​ພວກເຈົ້າ​ມີ​ຄ່າ​ຫລາຍ​ສຳລັບ​ເຮົາ ເພາະ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຈຶ່ງ​ໃຫ້ກຽດ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ໃຫ້​ໄປ​ປະກາດ​ຂ່າວ​ນີ້​ແກ່​ທຸກໆຄົນ​ໃນ​ນະຄອນ​ເຢຣູຊາເລັມ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ເຮົາ​ຈື່ຈຳ​ຄວາມສັດຊື່​ຂອງເຈົ້າ​ຄາວ​ເປັນ​ສາວ ເຈົ້າ​ຮັກ​ເຮົາ​ຫລາຍ​ສໍ່າໃດ​ເມື່ອ​ແຕ່ງງານ​ກັນ​ໃໝ່ໆ; ເຈົ້າ​ໄດ້​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຜ່ານ​ດິນແດນ​ໜຶ່ງ​ທີ່​ບໍ່ມີ​ການ​ເພາະປູກ.


ຕະຫລອດ​ຊີວິດ​ການ​ເປັນ​ແມ່ຈ້າງ​ອັນ​ໜ້າກຽດຊັງ​ຂອງ​ເຈົ້າ​ນັ້ນ ເຈົ້າ​ບໍ່ເຄີຍ​ຄິດເຖິງ​ຊີວິດ​ແຕ່​ຄາວ​ຍັງ​ໜຸ່ມ​ຂອງ​ເຈົ້າ​ເລີຍ ຄື​ເມື່ອ​ຄາວ​ເຈົ້າ​ນອນ​ເປືອຍກາຍ​ແຊ່​ເລືອດ​ຂອງເຈົ້າ​ເອງ​ຢູ່​ນັ້ນ.


ແລ້ວ​ເຮົາ​ໄດ້​ຍ່າງ​ກາຍໄປ ແລະ​ເຫັນ​ເຈົ້າ​ນອນ​ແຊ່​ຢູ່​ໃນ​ກອງ​ເລືອດ​ເຈົ້າເອງ. ເຈົ້າ​ເຕັມ​ໄປ​ດ້ວຍ​ເລືອດ​ແຕ່​ເຮົາ​ບໍ່​ຢາກ​ປ່ອຍ​ໃຫ້​ເຈົ້າ​ຕາຍ.


ຊາວ​ເບັດເອນ​ເອີຍ ສິ່ງ​ນີ້​ແຫຼະ ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ ກໍ​ຍ້ອນ​ການ​ຊົ່ວ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພໍ​ສົງຄາມ​ເລີ່ມຂຶ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ຈະ​ຕາຍໄປ.”


ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ ມາ​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ເພື່ອ​ດູແລ​ພວກເຂົາ.


ແຕ່​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ຜ້າເຕັນ​ອີກ​ດັ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່ ຄາວ​ທີ່​ເຮົາ​ມາ​ຫາ​ພວກເຈົ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ແຕ່​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຈົ້າ​ບໍ່ມີ​ພຣະເຈົ້າ​ອົງອື່ນ​ນອກຈາກ​ເຮົາ. ເຮົາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ອົງດຽວ​ຂອງ​ພວກເຈົ້າ.


ເຮົາ​ຈະ​ຄືນ​ສວນອະງຸ່ນ​ໃຫ້​ແກ່​ນາງ ແລະ​ຈະ​ເຮັດ​ໃຫ້​ຮ່ອມພູ​ລຳບາກ​ເປັນ​ປະຕູ​ແຫ່ງ​ຄວາມຫວັງ. ນາງ​ຈະ​ຕອບ​ສະໜອງ​ເຮົາ​ຢູ່​ທີ່​ນັ້ນ ດັ່ງ​ນາງ​ໄດ້​ເຄີຍ​ເຮັດ​ມາ​ໃນ​ຄາວ​ຍັງ​ໜຸ່ມ ຄື​ເມື່ອ​ຄາວ​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເຮົາ​ຮັກ​ພວກເຈົ້າ​ຕະຫລອດ​ມາ.” ແຕ່​ພວກເຂົາ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ຂອງ​ພຣະອົງ ຕໍ່​ພວກ​ຂ້ານ້ອຍ​ຢ່າງໃດ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເອຊາວ​ແລະ​ຢາໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາໂຄບ​ແລະ​ເຊື້ອສາຍ​ຂອງ​ລາວ


ແລະ ໄດ້​ອາໄສ​ຢູ່​ໃນ​ທີ່ນັ້ນ ຈົນ​ເຮໂຣດ​ຕາຍ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ໄວ້​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ລູກ​ຂອງເຮົາ​ໃຫ້​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ພຣະອົງ​ຮັກ​ໄພ່ພົນ​ຂອງ​ພຣະອົງ​ຫລາຍ ແລະ​ປົກປັກ​ຮັກສາ​ຜູ້​ທີ່​ເປັນ​ຄົນ​ຂອງ​ພຣະອົງ​ໄວ້. ດັ່ງນັ້ນ ພວກເຮົາ​ຈົ່ງ​ຂາບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທຸກປະການ​ນັ້ນ.


ພຣະເຈົ້າຢາເວ​ບໍ່ໄດ້​ຮັກ​ພວກເຈົ້າ​ແລະ​ເລືອກ​ເອົາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ຈຳນວນ​ຫລາຍກວ່າ​ຊົນຊາດ​ອື່ນ ພວກເຈົ້າ​ເປັນ​ຊົນຊາດ​ໜ້ອຍ​ທີ່ສຸດ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka