Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 10:8 - ພຣະຄຳພີສັກສິ

8 ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”

Uka jalj uñjjattʼäta Copia luraña




ໂຮເສອາ 10:8
32 Jak'a apnaqawi uñst'ayäwi  

ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ.


ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’


ບາບ​ທີ່​ເພິ່ນ​ໄດ້​ກະທຳ​ນັ້ນ ໄດ້​ນຳ​ເອົາ​ການທຳລາຍ​ແລະ​ຄວາມ​ຈິບຫາຍ ມາ​ສູ່​ຍາດວົງ​ຂອງ​ເພິ່ນເອງ​ຈາກ​ຜືນ​ແຜ່ນດິນ​ໂລກ.


ພຣະອົງ​ຈະ​ປະຖິ້ມ​ຊາດ​ອິດສະຣາເອນ ເພາະ​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ບາບ ແລະ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ໃຫ້​ເຮັດ​ບາບ.”


ກະສັດ​ໂຢສີຢາ​ຍັງ​ໄດ້​ມ້າງ ແລະ​ທຳລາຍ​ບ່ອນ​ຂາບໄຫວ້​ທີ່​ເບັດເອນ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ. ກະສັດ​ໂຢສີຢາ​ດຶງ​ແທ່ນບູຊາ​ນັ້ນ​ລົງ, ທຸບ​ຫີນ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ປ່ຽງໆ, ແລະ​ທັບ​ຈົນ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ; ເພິ່ນ​ຍັງ​ເຜົາ​ຮູບ​ເຈົ້າແມ່​ອາເຊຣາ​ຖິ້ມ​ດ້ວຍ.


ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ເມື່ອ​ພຣະເຈົ້າຢາເວ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ.


ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.


ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ຢຸດ​ເຮັດ​ບາບ​ຕໍ່ສູ້​ເຮົາ ຕັ້ງແຕ່​ຄາວ​ທີ່​ພວກເຂົາ​ໄດ້​ເຮັດ​ບາບ​ທີ່​ເມືອງ​ກີເບອາ. ດັ່ງນັ້ນ ສົງຄາມ​ຈຶ່ງ​ຕາມ​ທັນ​ພວກເຂົາ​ທີ່​ກີເບອາ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.


ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ທີ່​ສະຖານ​ສັກສິດ​ຢູ່​ເທິງ​ຈອມພູ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ເທິງ​ເນີນພູ​ແລະ​ຢູ່​ໃຕ້​ຕົ້ນໄມ້​ສູງ ຄື​ຕົ້ນໄມ້​ທີ່​ແຜ່​ງ່າ​ອອກ​ເພາະ​ມັນ​ມີ​ຮົ່ມ​ເຢັນ​ດີ. ຜົນ​ທີ່​ຕາມ​ມາ​ກໍ​ຄື​ວ່າ ພວກ​ລູກສາວ​ຂອງ​ພວກເຈົ້າ​ພາກັນ​ເປັນ​ໂສເພນີ ແລະ​ພວກ​ລູກໃພ້​ຂອງ​ພວກເຈົ້າ​ກໍ​ພາກັນ​ຫລີ້ນຊູ້.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ເຮົາ​ຈະ​ທຳລາຍ​ເມືອງ​ດາມັສກັດ​ໃຫ້​ແຕກ​ໝຸ່ນ​ທະລາຍ ແລະ​ຈະ​ຂັບໄລ່​ຄົນ​ທີ່​ຢູ່​ໃນ​ຮ່ອມພູ​ອາເວນ​ອອກ​ໜີໄປ ແລະ​ຜູ້ປົກຄອງ​ເບັດເອເດນ​ດ້ວຍ. ປະຊາຊົນ​ຊາວ​ຊີເຣຍ​ຈະ​ຖືກ​ກວາດໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ກີຣະ.”


“ໃນ​ວັນ​ທີ່​ເຮົາ​ລົງໂທດ​ຊາວ​ອິດສະຣາເອນ ຍ້ອນ​ການບາບ​ຂອງ​ພວກເຂົາ​ນັ້ນ ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ທີ່​ເມືອງ​ເບັດເອນ. ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ແຕ່ລະ​ແທ່ນ​ຈະ​ແຕກ ແລະ​ຕົກລົງ​ດິນ.


ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”


ສ່ວນ​ຜູ້​ທີ່​ສາບານ​ໂດຍ​ຮູບເຄົາຣົບ​ແຫ່ງ​ຊາມາເຣຍ ທີ່​ວ່າ ‘ໃນນາມ​ພະ​ຂອງ​ເມືອງ​ດານ’ ຫລື ‘ໃນນາມ​ພະ​ຂອງ​ເມືອງ​ເບເອນເຊບາ’ ພວກເຂົາ​ກໍ​ຈະ​ລົ້ມລົງ​ແລະ​ຈະ​ລຸກຂຶ້ນ​ບໍ່ໄດ້​ອີກ​ຈັກເທື່ອ.”


ພວກເຈົ້າ​ທີ່​ຢູ່​ໃນ​ເມືອງ​ລາກິດ ຈົ່ງ​ເອົາ​ມ້າ​ໃສ່​ລົດຮົບ​ຂອງ​ພວກເຈົ້າ​ຕຽມໄວ້. ພວກເຈົ້າ​ໄດ້​ເຮັດ​ບາບ​ຕາມ​ພວກ​ອິດສະຣາເອນ; ສະນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ບາບ.


ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?


ນີເນເວ​ເອີຍ ເຈົ້າ​ເອງ​ກໍ​ຈະ​ຕົກ​ຢູ່​ໃນ​ຄວາມ​ມືດມົວ​ເຊັ່ນດຽວ​ກັນ ເຈົ້າເອງ​ຈະ​ພະຍາຍາມ​ປົບໜີ​ຈາກ​ພວກ​ສັດຕູ​ຄືກັນ.


ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’


ຂ້າພະເຈົ້າ​ໄດ້​ເອົາ​ສິ່ງ​ອັນ​ເປັນ​ບາບ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ ຄື​ຮູບ​ງົວ​ທີ່​ເປັນ​ໂລຫະ​ນັ້ນ ໂຍນ​ໃສ່​ໄຟ. ແລ້ວ​ຂ້າພະເຈົ້າ​ໄດ້​ທັບ​ເປັນ​ປ່ຽງໆ ບົດ​ໃຫ້​ໝຸ່ນ ແລະ​ເທ​ໃສ່​ນໍ້າ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ.


ພວກເຂົາ​ເຫຼົ່ານັ້ນ ຮ້ອງ​ບອກ​ພູ​ແລະ​ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນ​ລົງ​ເທິງ​ພວກເຮົາ ແລະ​ບັງ​ພວກເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ບັນລັງ ແລະ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະ​ເມສານ້ອຍ​ນັ້ນ,


ໃນ​ໄລຍະ​ຫ້າ​ເດືອນ​ນັ້ນ ຄົນ​ທັງຫລາຍ​ຈະ​ຊອກ​ຫາ​ຄວາມ​ຕາຍ, ແຕ່​ຈະ​ບໍ່​ພົບ​ຈັກເທື່ອ. ພວກເຂົາ​ຢາກ​ຈະ​ຕາຍ, ແຕ່​ຄວາມ​ຕາຍ​ຈະ​ປົບໜີໄປ​ຈາກ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka