Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 10:7 - ພຣະຄຳພີສັກສິ

7 ກະສັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ຕົວ​ໄປ ເໝືອນ​ເສດ​ໄມ້​ທີ່​ໄຫລ​ນໍ້າ.

Uka jalj uñjjattʼäta Copia luraña




ໂຮເສອາ 10:7
9 Jak'a apnaqawi uñst'ayäwi  

ນາໂບດ​ຊາວ​ຢິດຊະເຣນ ມີ​ສວນອະງຸ່ນ​ຕອນ​ໜຶ່ງ​ຢູ່​ໃກ້​ກັບ​ວັງ​ຂອງ​ກະສັດ​ອາຮາບ​ແຫ່ງ​ຊາມາເຣຍ.


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ຜູ້ທຳນວາຍ​ຊາວ​ຕີຊະເບ ໃຫ້​ໄປ​ຫາ​ຄົນ​ຂອງ​ກະສັດ​ອາຮາຊີຢາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ພວກເຈົ້າ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ?


ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ເຈົ້າ​ໂຢທາມ ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ໄດ້​ກະບົດ​ຕໍ່​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ. ລາວ​ໄດ້​ສັງຫານ​ເພິ່ນ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ແຕ່​ຢູ່​ມາ​ໃນ​ປີ​ໜຶ່ງ ກະສັດ​ໂຮເຊຢາ​ໄດ້​ສົ່ງ​ທູດ​ໄປ​ຫາ​ກະສັດ​ໂສ​ແຫ່ງ​ເອຢິບ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເພິ່ນ ແລະ​ຢຸດ​ເສຍສ່ວຍ​ປະຈຳ​ປີ​ໃຫ້​ແກ່​ອັດຊີເຣຍ. ເມື່ອ​ກະສັດ​ຊານມາເນເຊ​ຮູ້​ຂ່າວ​ນີ້​ເພິ່ນ​ກໍ​ຈັບ​ກະສັດ​ໂຮເຊຢາ​ໄປ​ຂັງ​ຄຸກ​ໄວ້.


ຊາວ​ເບັດເອນ​ເອີຍ ສິ່ງ​ນີ້​ແຫຼະ ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ ກໍ​ຍ້ອນ​ການ​ຊົ່ວ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພໍ​ສົງຄາມ​ເລີ່ມຂຶ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ຈະ​ຕາຍໄປ.”


ອີກ​ບໍ່​ເຫິງ ປະຊາຊົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ເພາະ​ພວກເຮົາ​ບໍ່​ຢຳເກງ​ພຣະເຈົ້າຢາເວ. ແຕ່​ກະສັດ​ເຮັດ​ຫຍັງ​ຊ່ວຍ​ພວກເຮົາ​ໄດ້​ແດ່?”


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ກະສັດ ແລະ​ດ້ວຍ​ຄວາມ​ກິ້ວໂກດ ເຮົາ​ໄດ້​ເອົາ​ພວກເຂົາ​ໜີໄປ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka