6 ຮູບນັ້ນຈະຖືກນຳໄປອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ຈັກກະພັດຜູ້ຍິ່ງໃຫຍ່. ເອຟຣາອິມກໍຈະຖືກອັບອາຍ; ຊາດອິດສະຣາເອນຈະໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ ຍ້ອນຮູບເຄົາຣົບນັ້ນ.
ກະສັດຊານມາເນເຊແຫ່ງອັດຊີເຣຍໄດ້ເຮັດເສິກຕໍ່ສູ້ເພິ່ນ; ກະສັດໂຮເຊຢາຈຶ່ງຍອມຈຳນົນຕໍ່ກະສັດຊານມາເນເຊ ແລະເສຍສ່ວຍໃຫ້ເພິ່ນທຸກປີ.
ບາດກ້າວຂອງພວກເຂົາໜັກແໜ້ນແຕ່ບັດນີ້ຕຳສະດຸດ; ພວກເຂົາລົ້ມລົງດ້ວຍອຸບາຍຂອງພວກເຂົາເອງ.
ພວກເຈົ້າຈະເສຍໃຈທີ່ໄດ້ຂາບໄຫວ້ຕົ້ນໄມ້ ແລະປຸກສ້າງບ່ອນສັກສິດໃນສວນ.
ແຕ່ກະສັດບໍ່ມີອຳນາດທີ່ຈະຊ່ວຍເຫລືອພວກເຂົາໄດ້ ແລະການຄຸ້ມຄອງຂອງປະເທດເອຢິບກໍຈະຈົບລົງຢ່າງພິນາດ.
ພວກທີ່ເຮັດຮູບເຄົາຣົບຈະໄດ້ຮັບຄວາມອັບອາຍ ພວກເຂົາທຸກຄົນຈະໄດ້ຮັບການດູໝິ່ນປະໝາດ.
ແລ້ວຊາວໂມອາບກໍຈະຮັບຄວາມອັບອາຍຕໍ່ພະເຄໂມດຂອງພວກເຂົາ ດັ່ງທີ່ພວກອິດສະຣາເອນໄດ້ຮັບຄວາມອັບອາຍຕໍ່ພະເບັດເອນທີ່ພວກເຂົາໄດ້ໄວ້ວາງໃຈນັ້ນ.
ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເອົາໃຈໃສ່ເລີຍ. ພວກເຂົາຕ່າງກໍໄດ້ປະພຶດຕົນໄປຕາມຄວາມດື້ດ້ານ ແລະໃຈຊົ່ວຂອງພວກເຂົາເອງ; ສະນັ້ນ ພວກເຂົາຈຶ່ງຊົ່ວໜັກລົງແທນທີ່ຈະດີຂຶ້ນ.
ຍ້ອນຄົນອື່ນໆບໍ່ສາມາດເຮັດໃຫ້ເຈົ້າອີ່ມໜຳສຳລານໃຈໄດ້ ເຈົ້າຈຶ່ງໄດ້ແລ່ນໄປຕາມຊາວອັດຊີເຣຍ. ເຈົ້າເປັນແມ່ຈ້າງຂອງພວກເຂົາ; ແຕ່ເຈົ້າຍັງບໍ່ອີ່ມໜຳສຳລານໃຈເຊັ່ນກັນ.
ພວກເຈົ້າຈະຈົດຈຳຄວາມປະພຶດຊົ່ວ ແລະການເຮັດຜິດຕ່າງໆ ທີ່ພວກເຈົ້າໄດ້ກະທຳ ແລະພວກເຈົ້າຈະເບື່ອໜ່າຍຕົນເອງ ເພາະການບາບແລະການອະທຳທີ່ພວກເຈົ້າໄດ້ເຮັດນັ້ນ.
ລາວຈະເອົາຮູບເຄົາຣົບຂອງພວກເຂົາ ພ້ອມດ້ວຍສິ່ງຂອງທີ່ເຮັດດ້ວຍເງິນດ້ວຍຄຳ ແລະຂົນທັງໝົດໄປປະເທດເອຢິບ. ຫລັງຈາກນັ້ນຈະມີຄວາມສະຫງົບສຸກຢູ່ຫລາຍປີ
ພວກເຂົາຈະຖືກກວາດໄປດັ່ງລົມພະຍຸພັດ ແລະພວກເຂົາກໍຈະອັບອາຍໃນການຖວາຍບູຊາຕ່າງໆແກ່ພະຕ່າງຊາດ.”
ພວກເຈົ້າຜູ້ເປັນປະໂຣຫິດມີຈຳນວນຫລາຍຂຶ້ນເທົ່າໃດ ພວກເຈົ້າກໍຍິ່ງເຮັດບາບຕໍ່ສູ້ເຮົາຫລາຍຂຶ້ນເທົ່ານັ້ນ ເຮົາຈະໃຫ້ກຽດຕິຍົດຂອງພວກເຈົ້າກາຍເປັນຄວາມອັບອາຍ.
ເມື່ອໃດເອຟຣາອິມເຫັນວ່າຕົນເຈັບໄຂ້ ແລະຢູດາຍເຫັນວ່າຕົນມີບາດແຜ ເມື່ອນັ້ນເອຟຣາອິມກໍໄປຫາອັດຊີເຣຍ ເພື່ອຂໍໃຫ້ກະສັດຜູ້ຍິ່ງໃຫຍ່ຊ່ວຍເຫລືອ, ແຕ່ລາວບໍ່ສາມາດຮັກສາພວກເຂົາ ຫລືປິ່ນປົວບາດແຜຂອງພວກເຂົາໃຫ້ດີໄດ້.
ນາຍຊ່າງຊາວອິດສະຣາເອນໄດ້ສ້າງຮູບເຄົາຣົບ ຮູບນັ້ນບໍ່ແມ່ນພຣະເຈົ້າ ງົວຄຳທີ່ຊາວຊາມາເຣຍຂາບໄຫວ້ຈະຖືກທຳລາຍໃຫ້ໝຸ່ນທະລາຍໄປ.
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”