Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 10:5 - ພຣະຄຳພີສັກສິ

5 ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.

Uka jalj uñjjattʼäta Copia luraña




ໂຮເສອາ 10:5
20 Jak'a apnaqawi uñst'ayäwi  

ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ​ໂດຍ​ຂາບໄຫວ້​ຮູບ​ງົວຄຳ ທີ່​ຖືກ​ສ້າງ​ຂຶ້ນ​ໄວ້​ໃນ​ເມືອງ​ເບັດເອນ​ແລະ​ເມືອງ​ດານ.


ພວກເຂົາ​ປະຖິ້ມ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ສອງ​ໂຕ​ຂຶ້ນ​ມາ​ຂາບໄຫວ້; ພວກເຂົາ​ຍັງ​ໄດ້​ເຮັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ, ຂາບໄຫວ້​ຕາເວັນ​ເດືອນ​ດາວ ແລະ​ຮັບໃຊ້​ພະບາອານ.


ເພິ່ນ​ປົດ​ຕຳແໜ່ງ​ພວກ​ປະໂຣຫິດ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ ໄດ້​ແຕ່ງຕັ້ງ​ໃຫ້​ຖວາຍ​ເຄື່ອງ​ບູຊາ ທີ່​ແທ່ນບູຊາ​ຂອງ​ພະ​ຕ່າງຊາດ​ຊຶ່ງ​ມີ​ຢູ່​ໃນ​ເມືອງຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ບ່ອນ​ຕ່າງໆ​ທີ່​ໃກ້​ກັບ​ນະຄອນ​ເຢຣູຊາເລັມ ຄື​ປະໂຣຫິດ​ທຸກຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ແກ່​ພະບາອານ, ດວງຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ​ທັງໝົດ​ໃນ​ຟ້າ​ສະຫວັນ.


ເຢໂຣໂບອາມ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ໂດຍ​ຕົນເອງ ເພື່ອ​ໃຫ້​ຮັບໃຊ້​ໃນ​ສະຖານທີ່​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງດ້າວ, ຂາບໄຫວ້​ຜີສາດ​ແລະ​ຮູບ​ງົວ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ເປັນ​ຮູບເຄົາຣົບ.


ບັດນີ້ ພວກທ່ານ​ຄິດ​ຈະ​ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າຢາເວ​ທີ່ໄດ້​ມອບ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ. ພວກທ່ານ​ມີ​ກອງທັບ​ທີ່​ໃຫຍ່ໂຕ ແລະ​ທັງ​ມີ​ຮູບ​ງົວຄຳ ທີ່​ເຢໂຣໂບອາມ​ໄດ້​ສ້າງ​ຂຶ້ນ​ເປັນ​ພະ​ຂອງ​ພວກທ່ານ.


ຮູບເຄົາຣົບ​ເຫຼົ່ານັ້ນ​ຊ່ວຍ​ມັນເອງ​ບໍ່ໄດ້​ເລີຍ ຊາວ​ນະຄອນ​ໄດ້​ຮິບໂຮມ ແລະ​ເອົາ​ໜີໄປ​ໄວ້​ທີ່​ອື່ນ. ນີ້ແຫລະ ແມ່ນ​ຈຸດ​ອະວະສານ​ຂອງ​ພວກມັນ ຄື​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ​ນັ້ນ.


ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.


ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ບິນ​ໜີ​ເໝືອນ​ນົກ ແລະ​ຈະ​ບໍ່ມີ​ເດັກນ້ອຍ​ເກີດ​ມາ​ໃຫ້​ພວກເຂົາ​ອີກ ຈະ​ບໍ່ມີ​ຜູ້ຍິງ​ຖືພາ​ແລະ​ຈະ​ບໍ່ມີ​ຜູ້ຍິງ​ຕັ້ງທ້ອງ.


“ໃນ​ວັນ​ທີ່​ເຮົາ​ລົງໂທດ​ຊາວ​ອິດສະຣາເອນ ຍ້ອນ​ການບາບ​ຂອງ​ພວກເຂົາ​ນັ້ນ ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ທີ່​ເມືອງ​ເບັດເອນ. ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ແຕ່ລະ​ແທ່ນ​ຈະ​ແຕກ ແລະ​ຕົກລົງ​ດິນ.


ເຮົາ​ຈະ​ລົງໂທດ​ປະຊາຊົນ​ທັງໝົດ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຂອງ​ຢູດາຍ. ໃນ​ທີ່ນັ້ນ ເຮົາ​ຈະ​ທຳລາຍ​ຮ່ອງຮອຍ​ເສດເຫລືອ​ແຫ່ງ​ການ​ຂາບໄຫວ້​ພະບາອານ ແລະ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ຮັບໃຊ້​ພະບາອານ​ກໍຕາມ.


ເລື່ອງ​ນີ້​ເປັນ​ອັນຕະລາຍ​ແກ່​ທຸລະກິດ​ຂອງ​ພວກເຮົາ ທີ່​ຈະ​ໃຫ້​ເກີດ​ມີ​ຊື່ສຽງ​ບໍ່​ດີ ບໍ່​ພຽງແຕ່​ເທົ່ານັ້ນ ປະຊາຊົນ​ຍັງ​ຈະ​ຄິດ​ຕໍ່ໄປ​ອີກ​ວ່າ, ວິຫານ​ຂອງ​ພະ​ອາເຕມາ​ເທບທິດາ ຜູ້​ຍິ່ງໃຫຍ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພະນາງ​ກໍ​ຈະ​ຖືກ​ທຳລາຍ ຊຶ່ງ​ພະນາງ​ເຄີຍ​ເປັນ​ທີ່​ນັບຖື​ຂອງ​ບັນດາ​ຊາວ​ເອເຊຍ ແລະ​ຂອງ​ຊາວ​ໂລກ​ທັງໝົດ.”


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ມີກາ​ຖາມ​ຄືນ​ວ່າ, “ພວກທ່ານ​ຖາມ​ວ່າ ‘ມີ​ເລື່ອງ​ຫຍັງ?’ ໝາຍຄວາມວ່າ​ຢ່າງ​ໃດ? ພວກທ່ານ​ເອົາ​ປະໂຣຫິດ​ແລະ​ຮູບ​ພະ​ຊຶ່ງ​ຂ້ອຍ​ໄດ້​ສ້າງ​ນັ້ນ​ໜີ​ມາ​ໝົດ ມີ​ຫຍັງ​ເຫຼືອ​ໄວ້​ໃຫ້​ຂ້ອຍ​ແດ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka