Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 10:3 - ພຣະຄຳພີສັກສິ

3 ອີກ​ບໍ່​ເຫິງ ປະຊາຊົນ​ເຫຼົ່ານີ້​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ເພາະ​ພວກເຮົາ​ບໍ່​ຢຳເກງ​ພຣະເຈົ້າຢາເວ. ແຕ່​ກະສັດ​ເຮັດ​ຫຍັງ​ຊ່ວຍ​ພວກເຮົາ​ໄດ້​ແດ່?”

Uka jalj uñjjattʼäta Copia luraña




ໂຮເສອາ 10:3
14 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ຊານລູມ ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ໜຶ່ງ​ເດືອນ.


ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ຜູ້ນຳ​ທີ່​ເປັນ​ມະນຸດ.


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”


ຊາວ​ເບັດເອນ​ເອີຍ ສິ່ງ​ນີ້​ແຫຼະ ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ ກໍ​ຍ້ອນ​ການ​ຊົ່ວ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພໍ​ສົງຄາມ​ເລີ່ມຂຶ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ຈະ​ຕາຍໄປ.”


ກະສັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ຕົວ​ໄປ ເໝືອນ​ເສດ​ໄມ້​ທີ່​ໄຫລ​ນໍ້າ.


ແຕ່​ພວກເຂົາ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ; ສະນັ້ນ ພວກເຂົາ​ຈຶ່ງ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ປົກຄອງ​ພວກເຂົາ.


ພວກເຈົ້າ​ໄດ້​ຮ້ອງຂໍ​ເອົາ​ກະສັດ​ແລະ​ບັນດາ​ຜູ້ນຳ; ແຕ່​ພວກເຂົາ​ຈະ​ຊ່ວຍ​ປະເທດ​ໃຫ້​ພົ້ນໄພ​ໄດ້​ຢ່າງໃດ?


ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ກະສັດ ແລະ​ດ້ວຍ​ຄວາມ​ກິ້ວໂກດ ເຮົາ​ໄດ້​ເອົາ​ພວກເຂົາ​ໜີໄປ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ?


ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”


ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka