Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 10:2 - ພຣະຄຳພີສັກສິ

2 ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.

Uka jalj uñjjattʼäta Copia luraña




ໂຮເສອາ 10:2
24 Jak'a apnaqawi uñst'ayäwi  

ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.


ຢ່າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ຫລື​ນະມັດສະການ​ພະ​ເຫຼົ່ານັ້ນ​ເດັດຂາດ ແລະ​ຢ່າ​ນຳ​ເອົາ​ພິທີ​ປະຕິບັດ​ທາງ​ສາສະໜາ​ຂອງ​ພວກເຂົາ​ມາ​ໃຊ້. ຈົ່ງ​ທຳລາຍ​ບັນດາ​ພະ​ຂອງ​ພວກເຂົາ ພ້ອມທັງ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ.


ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.


ບຸກຄົນ​ເຊັ່ນນີ້​ໂງ່ຈ້າ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ວ່າ ພວກຕົນ​ກຳລັງ​ເຮັດ​ຫຍັງ. ພວກເຂົາ​ອັດຕາ ແລະ​ຕັນ​ຄວາມຄິດ​ຂອງ​ຕົນເອງ​ບໍ່​ໃຫ້​ຮູ້​ຄວາມຈິງ.


ລາວ​ຈະ​ທຳລາຍ​ອານຸ​ສາວະລີ​ຕ່າງໆ ຊຶ່ງ​ເປັນ​ເສົາ​ຫີນ​ສັກສິດ​ທີ່​ເຮລີໂອໂປລີ​ໃນ​ປະເທດ​ເອຢິບ ແລະ​ຈະ​ຈູດ​ວິຫານ​ຂອງ​ບັນດາ​ພະ​ຊາວ​ເອຢິບ​ດ້ວຍ.”’


ຮູບເຄົາຣົບ​ທັງໝົດ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ ຫັນໜີ​ໄປ​ຈາກ​ເຮົາ; ແຕ່​ໂດຍ​ຄຳຕອບ​ຂອງເຮົາ​ນີ້ ເຮົາ​ຫວັງ​ວ່າ​ຈະ​ໄດ້​ພວກເຂົາ​ກັບຄືນ​ມາ​ສັດຊື່​ຕໍ່​ເຮົາ.


ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”


ຊາມາເຣຍ​ຕ້ອງ​ຮັບ​ໂທດ ຍ້ອນ​ເປັນ​ກະບົດ​ຕໍ່ສູ້​ເຮົາ. ຊາວ​ຊາມາເຣຍ​ຈະ​ຕາຍ​ໃນ​ສົງຄາມ; ພວກ​ແອນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ແຫກ​ທ້ອງ.”


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


“ປະຊາຊົນ​ເອຟຣາອິມ​ເປັນ​ດັ່ງ​ເຂົ້າຈີ່​ທີ່​ບໍ່​ສຸກ. ພວກເຂົາ​ເພິ່ງ​ຊົນຊາດ​ອື່ນໆ​ທີ່​ຢູ່​ອ້ອມຮອບ​ພວກຕົນ​ນັ້ນ


ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ


ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ເສົາຫີນ​ສັກສິດ​ທັງຫລາຍ; ພວກເຈົ້າ​ຈະ​ບໍ່ໄດ້​ຂາບໄຫວ້​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຮັດ​ຂຶ້ນມາ​ນັ້ນ​ອີກ​ຕໍ່ໄປ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”


ເພາະ​ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ທຸກສິ່ງ​ທີ່​ຕົນ​ກະທຳ.


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ຢ່າ​ຮັກ​ໂລກ ຫລື​ສິ່ງ​ຂອງ​ທີ່​ມີ​ຢູ່​ໃນ​ໂລກ ຖ້າ​ຜູ້ໃດ​ຮັກ​ໂລກ ຄວາມຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ຢູ່​ໃນ​ຜູ້ນັ້ນ.


ໃນ​ມື້​ຕໍ່ມາ​ແຕ່​ເດິກໆ ພວກເຂົາ​ເຫັນ​ຮູບພະ​ນັ້ນ​ລົ້ມ​ຂວໍ້າໜ້າ​ລົງ ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ​ອີກ​ຄື​ເກົ່າ. ໃນ​ເທື່ອ​ນີ້​ທັງ​ຫົວ​ແລະ​ແຂນ​ທັງສອງ​ຂອງ​ຮູບພະ​ນັ້ນ​ຫັກ​ອອກ ແລະ​ກອງ​ກັນ​ໄວ້​ທີ່​ປະຕູ ມີ​ພຽງແຕ່​ໂຕ​ຂອງ​ຮູບພະ​ເທົ່ານັ້ນ​ທີ່​ຍັງເຫລືອ​ຢູ່. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka