ໂຮເສອາ 10:13 - ພຣະຄຳພີສັກສິ13 ແຕ່ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າພັດໄດ້ປູກຄວາມຊົ່ວ ແລະເກັບກ່ຽວຜົນກຳຊົ່ວ. ພວກເຈົ້າໄດ້ກິນຜົນແຫ່ງການຕົວະຂອງພວກເຈົ້າ. ເພາະພວກເຈົ້າໄດ້ໄວ້ວາງໃຈໃນລົດຮົບ ແລະໃນທະຫານຈຳນວນຫລວງຫລາຍຂອງພວກເຈົ້ານັ້ນ Uka jalj uñjjattʼäta |
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.