ໂຮເສອາ 10:11 - ພຣະຄຳພີສັກສິ11 ຄັ້ງໜຶ່ງ ຊາດອິດສະຣາເອນເປັນດັ່ງງົວນ້ອຍທີ່ໄດ້ຮັບການຝຶກແອບດີແລ້ວ ພ້ອມທີ່ຈະຢຽບເຂົ້າດ້ວຍຄວາມເຕັມໃຈ. ແຕ່ເຮົາໄດ້ຕັດສິນໃຈໃສ່ແອກ ທີ່ຄໍອັນສວຍງາມຂອງມັນ ເພື່ອໃຫ້ມັນເຮັດວຽກໜັກໜ່ວງກວ່າເກົ່າ. ເຮົາເຮັດໃຫ້ຢູດາແກ່ໄຖ ແລະເຮັດໃຫ້ອິດສະຣາເອນແກ່ຄາດ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”