Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 1:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ຈຶ່ງ​ໄດ້ກ່າວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ບໍ່ແມ່ນ​ປະຊາຊົນ​ຂອງເຮົາ’ ເພາະ​ປະຊາຊົນ​ອິດສະຣາເອນ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ພວກເຂົາ.”

Uka jalj uñjjattʼäta Copia luraña




ໂຮເສອາ 1:9
5 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ປັດຊູ​ແກ້​ໂສ້​ທີ່​ລາວ​ໄດ້​ໃຊ້​ລ່າມ​ຂ້າພະເຈົ້າ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ ປັດຊູ, ແຕ່​ໄດ້​ເອີ້ນ​ຊື່​ເຈົ້າ​ວ່າ, ‘ຕົກໃຈ​ຢ້ານ​ຢູ່​ທຸກບ່ອນ.’


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ຫລັງຈາກ​ນາງ​ໂກເມ​ໃຫ້​ລູກສາວ​ຢ່າ​ນົມ​ແລ້ວ ນາງ​ກໍ​ຖືພາ​ອີກ ແລະ​ໄດ້​ລູກຊາຍ​ຕື່ມ​ຜູ້ໜຶ່ງ.


ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka