Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 1:7 - ພຣະຄຳພີສັກສິ

7 ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”

Uka jalj uñjjattʼäta Copia luraña




ໂຮເສອາ 1:7
26 Jak'a apnaqawi uñst'ayäwi  

ແລ້ວ​ເອຊາຢາ​ກໍ​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້ແມ່ນ​ໝາຍສຳຄັນ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃນ​ປີ​ນີ້​ແລະ​ປີ​ໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເຂົ້າ​ທີ່​ເກີດຂຶ້ນ​ຕາມ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ​ທ່ານ​ຈະ​ໄດ້​ປູກ​ພືດ​ແລະ​ເກັບກ່ຽວ ແລະ​ຈະ​ໄດ້​ປູກ​ຕົ້ນ​ອະງຸ່ນ​ກັບ​ກິນ​ໝາກ​ຂອງ​ມັນ.


ເຮົາ​ຈະ​ປ້ອງກັນ​ຮັກສາ​ເມືອງນີ້​ໄວ້​ເພື່ອ​ກຽດ​ແລະ​ສັກສີ​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງເຮົາ.”’


ໃນຄືນນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ ທີ່​ຄ້າຍ​ທະຫານ​ອັດຊີເຣຍ. ຕື່ນ​ເຊົ້າ​ມື້​ໃໝ່​ມາ ໄດ້​ມີ​ຊາກສົບ​ຢາຍ​ເດຍລະດາດ​ຢູ່​ໃນ​ທີ່ນັ້ນ.


ເມື່ອ​ພວກ​ຊີເຣຍ​ເຂົ້າ​ໂຈມຕີ ເອລີຊາ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ເຮັດ​ໃຫ້​ພວກ​ທະຫານ​ເຫຼົ່ານີ້​ຕາບອດ​ສາ.” ພຣະອົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເພິ່ນ ແລະ​ເຮັດ​ໃຫ້​ພວກເຂົາ​ຕາບອດ.


ກະສັດ​ບໍ່​ຫ່ອນ​ຊະນະ​ຍ້ອນ​ອຳນາດ​ທາງ​ທະຫານ ທະຫານ​ບໍ່​ຫ່ອນ​ຊະນະ​ຍ້ອນ​ເຫື່ອແຮງ​ຕົນ​ໄດ້.


ແຕ່​ພຣະອົງ​ໄດ້​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ ແລະ​ໃຫ້​ຜູ້​ທີ່​ກຽດຊັງ​ພວກ​ຂ້ານ້ອຍ ໄດ້​ພ່າຍແພ້.


ແຕ່​ໂມເຊ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ຕັ້ງໃຈ​ໃຫ້​ດີ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ວັນນີ້ ພວກເຈົ້າ​ຈະ​ບໍ່​ເຫັນ​ຊາວ​ເອຢິບ​ເຫຼົ່ານີ້​ອີກ​ຈັກເທື່ອ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ປະຊາຊົນ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ການ​ຕິດຕາມ​ທຳລາຍ​ຂອງ​ຊາວ​ເອຢິບ. ຊາວ​ອິດສະຣາເອນ​ໄດ້​ເຫັນ​ຊາກສົບ​ຂອງ​ຊາວ​ເອຢິບ ຢາຍ​ເດຍລະດາດ​ຢູ່​ຕາມ​ແຄມ​ທະເລ.


ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.


ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ; ແລະ​ຢ່າ​ເຮັດ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໂດຍ​ຂາບໄຫວ້​ຮູບເຄົາຣົບ​ທັງຫລາຍ ທີ່​ພວກທ່ານ​ໄດ້​ເຮັດ​ຂຶ້ນ​ເອງ. ຖ້າ​ພວກທ່ານ​ເຊື່ອຟັງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພຣະອົງ​ກໍ​ຈະ​ບໍ່ໄດ້​ລົງໂທດ​ພວກທ່ານ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ຫລັງຈາກ​ນາງ​ໂກເມ​ໃຫ້​ລູກສາວ​ຢ່າ​ນົມ​ແລ້ວ ນາງ​ກໍ​ຖືພາ​ອີກ ແລະ​ໄດ້​ລູກຊາຍ​ຕື່ມ​ຜູ້ໜຶ່ງ.


ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ແລະ​ທຸກໆ​ຄົນ​ໃນ​ທີ່ນີ້​ຈະ​ເຫັນ​ວ່າ ພຣະເຈົ້າຢາເວ​ບໍ່​ຈຳເປັນ​ໃຊ້​ດາບ​ຫລື​ຫອກ ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ. ພຣະເຈົ້າຢາເວ​ເປັນ​ເຈົ້າຂອງ​ສະໜາມຮົບ ແລະ​ພຣະອົງ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka