ໂຮເສອາ 1:6 - ພຣະຄຳພີສັກສິ6 ຕໍ່ມາ ນາງໂກເມໄດ້ຖືພາອີກ; ຄາວນີ້ນາງໄດ້ລູກເປັນແມ່ຍິງ. ພຣະເຈົ້າຢາເວຈຶ່ງໄດ້ກ່າວແກ່ໂຮເສອາວ່າ, “ຈົ່ງຕັ້ງຊື່ໃຫ້ນາງວ່າ, ‘ຂາດຮັກ’ ເພາະເຮົາຈະບໍ່ສະແດງຄວາມຮັກ ຫລືອະໄພໃຫ້ປະຊາຊົນອິດສະຣາເອນອີກຕໍ່ໄປ. Uka jalj uñjjattʼäta |
ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ.
ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ. ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.” ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.”