Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 1:5 - ພຣະຄຳພີສັກສິ

5 ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ອຳນາດ​ທາງ​ທະຫານ​ຂອງ​ຊາດ​ອິດສະຣາເອນ ທີ່​ຮ່ອມພູ​ຢິດຊະເຣນ.”

Uka jalj uñjjattʼäta Copia luraña




ໂຮເສອາ 1:5
9 Jak'a apnaqawi uñst'ayäwi  

ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ແຕ່​ພວກເຂົາ​ຈະ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ພວກ​ເຂົາເອງ ແລະ​ຄັນທະນູ​ຂອງ​ພວກເຂົາ​ຈະ​ຫັກ​ໄປສິ້ນ.


ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.


ພວກເຂົາ​ພາກັນ​ມາ​ເພື່ອ​ທຳລາຍ​ນະຄອນ​ບາບີໂລນ ທະຫານ​ຖືກ​ຈັບກຸມ​ໝົດ ໜ້າທະນູ​ກໍ​ຖືກ​ຫັກ​ຖິ້ມ. ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ອົງ​ທີ່​ລົງໂທດ​ຄວາມຊົ່ວ​ຂອງ​ພວກເຂົາ ຈະ​ເຮັດ​ຕໍ່​ນະຄອນ​ບາບີໂລນ​ຕາມ​ມັນ​ສົມຄວນ​ໄດ້​ຮັບ.


ແລ້ວ​ເຮົາ​ກໍ​ຈະ​ຕີ​ຄັນ​ທະນູ​ຂອງ​ເຈົ້າ​ໃຫ້​ຫລຸດ​ອອກ​ຈາກ​ມື​ຊ້າຍ ແລະ​ຈະ​ຕີ​ລູກທະນູ​ຂອງ​ລາວ​ໃຫ້​ຫລຸດ​ອອກ​ຈາກ​ມື​ຂວາ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ແລ້ວ​ພວກເຂົາ​ກໍ​ຕອບ​ວ່າ, “ທາງ​ເຂດ​ເນີນພູ​ນີ້​ນ້ອຍ​ໂພດ​ສຳລັບ​ພວກເຮົາ ສ່ວນ​ພວກ​ການາອານ​ທີ່​ຢູ່​ຕາມ​ທົ່ງພຽງ ຕ່າງ​ກໍ​ມີ​ລົດຮົບ​ເຫຼັກ ທັງ​ພວກ​ທີ່​ຢູ່​ໃນ​ເບັດ​ເຊອານ ແລະ​ພວກ​ທີ່​ຢູ່​ຕາມ​ເມືອງເລັກ​ເມືອງນ້ອຍ​ອ້ອມແອ້ມ ແລະ​ພວກ​ທີ່​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ.”


ແລ້ວ​ພວກ​ມີດີອານ​ທຸກຄົນ​ພ້ອມ​ທັງ​ຊາວ​ອາມາເຫຼັກ ແລະ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ມາ​ຕັ້ງ​ທີ່ໝັ້ນ​ຮ່ວມ​ກັນ​ຢູ່​ທີ່​ຮ່ອມພູ​ຢິດຊະເຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka