ໂຮເສອາ 1:4 - ພຣະຄຳພີສັກສິ4 ພຣະເຈົ້າຢາເວໄດ້ກ່າວແກ່ລາວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ຢິດຊະເຣນ’ ເພາະຍັງອີກບໍ່ດົນເຮົາຈະລົງໂທດກະສັດແຫ່ງອິດສະຣາເອນເນື່ອງຈາກວ່າເຢຮູ ບັນພະບຸລຸດຂອງລາວໄດ້ຂ້າຫລາຍຄົນທີ່ຢິດຊະເຣນ. ເຮົາຈະເຮັດໃຫ້ເຊື້ອວົງຂອງເຢຮູ ສິ້ນສຸດລົງ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.