ໂຮເສອາ 1:2 - ພຣະຄຳພີສັກສິ2 ເມື່ອພຣະເຈົ້າຢາເວກ່າວຕໍ່ຊາດອິດສະຣາເອນ ຄັ້ງທຳອິດຜ່ານທາງໂຮເສອານັ້ນ. ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ຈົ່ງໄປແຕ່ງງານ ແຕ່ເມຍຂອງເຈົ້າຈະບໍ່ສັດຊື່ ແລະລູກໆຂອງເຈົ້າກໍຈະເປັນດັ່ງແມ່. ລັກສະນະດຽວກັນນີ້ແຫຼະ ປະຊາຊົນຂອງເຮົາໄດ້ໜີປະເຮົາແລະບໍ່ສັດຊື່ຕໍ່ພຣະເຈົ້າຢາເວ.” Uka jalj uñjjattʼäta |
ບ່ອນທີ່ພວກເຂົາຈະໃຊ້ຊີວິດຢູ່ເປັນຊະເລີຍໃນຕ່າງຖິ່ນ. ໃນທີ່ນັ້ນ ພວກເຂົາຈະລະນຶກເຖິງເຮົາ ແລະຮູ້ວ່າເຮົາລົງໂທດພວກເຂົາໃຫ້ໄດ້ຮັບການອັບອາຍຂາຍໜ້າ ກໍເພາະຈິດໃຈທີ່ຂາດຄວາມເຊື່ອຈຶ່ງພາໃຫ້ຫ່າງເຫີນຈາກເຮົາໄປ ແລະພວກເຂົາຮັກຮູບເຄົາຣົບຫລາຍກວ່າຮັກເຮົາ. ພວກເຂົາຈະກຽດຊັງຕົນເອງ ເພາະຄວາມຊົ່ວຊ້າ ແລະສິ່ງເສື່ອມເສຍທັງຫລາຍທີ່ພວກເຂົາໄດ້ເຮັດ.