11 ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!
ໃນວັນທີ່ເຈົ້າຕໍ່ສູ້ເຫຼົ່າສັດຕູໝູ່ມານ ປະຊາຊົນຈະຂານອາສາເຂົ້າຮັບໃຊ້ເຈົ້າ. ຊາຍໜຸ່ມຈະມາຫາເຈົ້າທີ່ເນີນພູສັກສິດ ດັ່ງນໍ້າຄ້າງຢອດລົງໃນຍາມເຊົ້າຕູ່.
ພວກເຈົ້ານາຍຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງ ກະສັດຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງດ້ວຍ. ລາວຈະຫຍັບເຂົ້າໃກ້ ເມື່ອເຮົາໄດ້ເຊີນລາວ ຜູ້ທີ່ບໍ່ຖືກເຊີນ ມີຜູ້ໃດແດ່ກ້າຫຍັບມາເຂົ້າໃກ້? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ກ່າວວ່າ ເພາະເມື່ອເວລານັ້ນມາເຖິງ ເຮົາຈະປົວແປງປະຊາຊົນຂອງເຮົາຂຶ້ນໃໝ່ ຄືປະຊາຊົນອິດສະຣາເອນແລະຢູດາ. ເຮົາຈະນຳພວກເຂົາຄືນມາສູ່ດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ ແລະພວກເຂົາກໍຈະເປັນກຳມະສິດດິນແດນນັ້ນອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ວັນອັນໜ້າຢ້ານກົວໃຫຍ່ນັ້ນ ກຳລັງຈະມາເຖິງ ບໍ່ມີວັນໃດເລີຍຈະປຽບປານວັນນັ້ນໄດ້ ເພາະເປັນເວລາທີ່ປະຊາຊົນຂອງເຮົາທຸກໃຈຫລາຍ ແຕ່ພວກເຂົາຈະລອດປອດໄພທັງຈະມີຊີວິດຢູ່ໄດ້.”
ພຣະເຈົ້າຢາເວກ່າວວ່າ, ພັນທະສັນຍາໃໝ່ທີ່ເຮົາຈະເຮັດກັບປະຊາຊົນອິດສະຣາເອນ ຈະເປັນດັ່ງນີ້: ເຮົາຈະຕັ້ງກົດບັນຍັດຂອງເຮົາໄວ້ພາຍໃນພວກເຂົາ ແລະຂຽນກົດບັນຍັດນັ້ນໄວ້ທີ່ຫົວໃຈຂອງພວກເຂົາ. ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາກໍຈະເປັນປະຊາຊົນຂອງເຮົາ.
ເຮົາຈະເຕົ້າໂຮມປະຊາຊົນຈາກທຸກປະເທດ ບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ເພາະຄວາມໂກດຮ້າຍແລະໂມໂຫຂອງເຮົາ ແລະເຮົາຈະນຳພວກເຂົາກັບຄືນມາບ່ອນນີ້ອີກ ແລະເຮົາຈະໃຫ້ພວກເຂົາຢູ່ທີ່ນີ້ຢ່າງປອດໄພ.
ເຮົາຈະປົວແປງປະຊາຊົນອິດສະຣາເອນຂຶ້ນໃໝ່ໃນດິນແດນຂອງພວກເຂົາ. ພວກເຂົາຈະມີອາຫານການກິນເກີດຂຶ້ນທີ່ເທິງພູກາເມນ ແລະໃນຂົງເຂດບາຊານ ແລະພວກເຂົາຈະກິນຜົນລະປູກທີ່ເກີດຂຶ້ນໃນເຂດແດນຂອງເອຟຣາອິມກັບກີເລອາດ ຕາມຄວາມຕ້ອງການ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ແຕ່ບັດນີ້ ເຮົາຈະເມດຕາເຊື້ອສາຍຂອງຢາໂຄບ ຄືປະຊາຊົນອິດສະຣາເອນ ແລະເຮັດໃຫ້ພວກເຂົາຮຸ່ງເຮືອງຂຶ້ນໃໝ່. ເຮົາຈະຫວງແຫນນາມອັນບໍຣິສຸດຂອງເຮົາ.
ສະນັ້ນ ຈົ່ງເອີ້ນໝູ່ເພື່ອນຂອງເຈົ້າວ່າ, “ປະຊາຊົນຂອງພຣະເຈົ້າ” ແລະ “ຜູ້ໄດ້ຮັບຄວາມຮັກຈາກອົງພຣະຜູ້ເປັນເຈົ້າ.”
ແຕ່ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນມາ ແລະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາອີກເທື່ອໜຶ່ງ ແລະຈະກັບຄືນໄປຫາເຊື້ອສາຍຂອງດາວິດກະສັດຂອງພວກເຂົາ. ໃນເວລານັ້ນ ພວກເຂົາຈະຢຳເກງພຣະເຈົ້າຢາເວ ແລະຈະໄດ້ຮັບສິ່ງດີທີ່ພຣະອົງຈະໂຜດໃຫ້.
ດ້ວຍວ່າ, ຖ້າຊົນຊາດພວກເຮົາຖືກປະຖິ້ມ ອັນເປັນເຫດໃຫ້ມະນຸດທັງໂລກ ກັບຄືນມາເປັນມິດກັບພຣະເຈົ້າ ການທີ່ພຣະເຈົ້າຮັບເອົາພວກຢິວກັບຄືນມາຫາພຣະອົງນັ້ນ ກໍເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ກັບຄືນມາໃໝ່.