Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 1:10 - ພຣະຄຳພີສັກສິ

10 ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”

Uka jalj uñjjattʼäta Copia luraña




ໂຮເສອາ 1:10
26 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ໂຜດ​ຈົດຈຳ​ຄຳສັນຍາ​ທີ່​ວ່າ ພຣະອົງ​ຈະ​ເຮັດ​ທຸກສິ່ງ​ໃຫ້​ຜ່ານ​ພົ້ນ​ໄປ​ໂດຍ​ດີ ແລະ​ໃຫ້​ຂ້ານ້ອຍ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ແຄມ​ທະເລ​ຊຶ່ງ​ບໍ່​ອາດ​ນັບ​ໄດ້.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.


ເຊື້ອສາຍ​ເຈົ້າ​ກໍ​ຈະ​ຫລວງຫລາຍ​ດັ່ງ​ເມັດຊາຍ ເຮົາ​ຈະ​ຮັກສາ​ພວກເຂົາ​ບໍ່​ໃຫ້​ຖືກ​ທຳລາຍ​ຈັກເທື່ອ.”


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ພ້ອມແລ້ວ ທີ່​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງເຮົາ. ເຮົາ​ພ້ອມແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ພົບ​ເຮົາ, ແຕ່​ພວກເຂົາ​ບໍ່ໄດ້​ພະຍາຍາມ​ເລີຍ. ຊົນຊາດ​ນີ້​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ພ້ອມແລ້ວ​ທີ່​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ທີ່​ນີ້ ເຮົາ​ຈະ​ຊ່ວຍ​ພວກເຈົ້າ.’


ພວກເຂົາ​ຈະ​ນຳ​ພວກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຈະ​ນຳ​ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ​ທັງໝົດ ມາ​ສູ່​ເນີນພູ​ສັກສິດ​ຂອງເຮົາ ໃນ​ນະຄອນ​ເຢຣູຊາເລັມ ໂດຍ​ໃຊ້​ມ້າ, ລໍ, ອູດ, ລໍ້ ແລະ​ກວຽນ. ພຣະເຈົ້າຢາເວ​ກ່າວ​ວ່າ, ດັ່ງ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນເມັດ​ໃສ່​ພາຊະນະ​ທີ່​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ ມາ​ທີ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”


ເຮົາ​ຂໍ​ສັ່ງ​ໃຫ້​ທຸກຄົນ​ທົ່ວ​ອານາຈັກ​ຂອງເຮົາ ຈົ່ງ​ເຄົາຣົບ​ຢຳເກງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ດານີເອນ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ພຣະອົງ​ປົກຄອງ​ຕະຫລອດໄປ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ຣິດອຳນາດ​ຂອງ​ພຣະອົງ​ຈະ​ບໍ່​ສູນສິ້ນໄປ​ຈັກເທື່ອ.


ພຣະເຈົ້າຢາເວ​ຈຶ່ງ​ໄດ້ກ່າວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ບໍ່ແມ່ນ​ປະຊາຊົນ​ຂອງເຮົາ’ ເພາະ​ປະຊາຊົນ​ອິດສະຣາເອນ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ພວກເຂົາ.”


ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ເຫດສະນັ້ນ ຈາກ​ຊາຍ​ຄົນ​ດຽວ ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍ​ມີ​ຜູ້​ສືບ​ເຊື້ອສາຍ​ເກີດ​ມາ​ຢ່າງ​ຫລວງຫລາຍ ເໝືອນ​ດວງດາວ​ໃນ​ທ້ອງຟ້າ ແລະ​ເໝືອນ​ເມັດ​ຊາຍ​ທີ່​ນັບ​ບໍ່​ຖ້ວນ​ຢູ່​ແຄມ​ທະເລ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka