ເຮັບເຣີ 8:9 - ພຣະຄຳພີສັກສິ9 ຈະບໍ່ເໝືອນພັນທະສັນຍາ ທີ່ເຮົາໄດ້ສັນຍາ ໄວ້ກັບບັນພະບຸລຸດຂອງພວກເຂົາ ໃນເມື່ອເຮົາໄດ້ຈູງມືຂອງພວກເຂົາ ພາອອກມາຈາກປະເທດເອຢິບ.’ ເພາະອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, ‘ເຂົາເຫຼົ່ານັ້ນບໍ່ໄດ້ຕັ້ງຢູ່ໃນພັນທະສັນຍາຂອງເຮົາ. ດັ່ງນັ້ນ ເຮົາຈຶ່ງບໍ່ສົນໃຈຕໍ່ພວກເຂົາ.’ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເຊິ່ງບໍ່ເໝືອນກັບພັນທະສັນຍາ ທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາຈູງມືພວກເຂົາ ນຳພວກເຂົາອອກມາຈາກດິນແດນເອຢິບ, ເພາະວ່າພວກເຂົາບໍ່ສັດຊື່ຕໍ່ພັນທະສັນຍາຂອງເຮົາ, ແລະ ເຮົາຫັນໜີຈາກພວກເຂົາ, ອົງພຣະຜູ້ເປັນເຈົ້າປະກາດດັ່ງນັ້ນ. Uka jalj uñjjattʼäta |
ພຣະອົງໄດ້ກ່າວແກ່ໂມເຊວ່າ, “ບັດນີ້ ເຮົາຈະເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ. ເຮົາຈະເຮັດສິ່ງອັນຍິ່ງໃຫ່ຍໃນທ່າມກາງພວກເຂົາ ຊຶ່ງບໍ່ເຄີຍເຮັດກັບຊົນຊາດໃດໆໃນໂລກມາກ່ອນ. ປະຊາຊົນທັງໝົດຈະໄດ້ເຫັນການອັນຍິ່ງໃຫຍ່ ທີ່ພຣະເຈົ້າຢາເວໄດ້ກະທຳ ເພາະເຮົາກຳລັງຈະເຮັດສິ່ງອັນໜ້າຢ້ານກົວສຳລັບເຈົ້າ.
ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.