Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:8 - ພຣະຄຳພີສັກສິ

8 ເພາະວ່າ​ພຣະອົງ​ຊົງ​ກ່າວ​ຕິ​ພວກເຂົາ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເບິ່ງແມ! ພາຍ​ໜ້າ​ຈະ​ມີ​ຄາວ​ໜຶ່ງ ທີ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ຍາດວົງ​ອິດສະຣາເອນ ແລະ​ຍາດວົງ​ຢູດາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ພຣະເຈົ້າ​ເຫັນ​ຂໍ້ຜິດພາດ​ຂອງ​ບັນດາ​ປະຊາຊົນ ແລະ ກ່າວ​ວ່າ: “ອົງພຣະຜູ້ເປັນເຈົ້າ​ປະກາດ​ວ່າ, ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ປະຊາຊົນ​ຂອງ​ອິດສະຣາເອນ ແລະ ກັບ​ປະຊາຊົນ​ຂອງ​ຢູດາ.

Uka jalj uñjjattʼäta Copia luraña




ເຮັບເຣີ 8:8
25 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ດາວິດ​ມາ​ເປັນ​ກະສັດ​ຜູ້​ຊອບທຳ. ກະສັດ​ຜູ້​ນີ້​ຈະ​ປົກຄອງ​ຢ່າງ​ສະຫລາດ ແລະ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ຍຸດຕິທຳ​ຕະຫລອດ​ທົ່ວ​ທັງ​ປະເທດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ສາບານ​ໃນ​ນາມ​ຂອງເຮົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ອົງ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ​ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຄົງ​ຈະ​ມີ​ເວລາ​ໜຶ່ງ ເມື່ອ​ພວກເຈົ້າ​ຢາກ​ຈະ​ເຫັນ​ວັນ​ຂອງ​ບຸດ​ມະນຸດ​ຈັກ​ວັນ​ໜຶ່ງ ແຕ່​ພວກເຈົ້າ​ຈະ​ບໍ່​ເຫັນ.


ເມື່ອ​ຮັບປະທານ​ອາຫານ​ແລ້ວ ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ແລະ​ເຮັດ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ພັນທະສັນຍາ​ໃໝ່​ໃນ​ເລືອດ​ຂອງເຮົາ ທີ່​ຖອກ​ອອກ​ສຳລັບ​ເຈົ້າ​ທັງຫລາຍ.


ແຕ່​ນໍ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່


ເມື່ອ​ຮັບປະທານ​ເຂົ້າ​ແລງ​ແລ້ວ ພຣະອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາການ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້ ຄື​ພັນທະສັນຍາ​ໃໝ່​ໂດຍ​ເລືອດ​ຂອງເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ສາມາດ​ເປັນ​ຜູ້ຮັບໃຊ້​ພັນທະສັນຍາ​ໃໝ່ ຊຶ່ງ​ບໍ່ແມ່ນ​ປະກອບ​ດ້ວຍ​ຕົວໜັງສື ແຕ່​ດ້ວຍ​ພຣະວິນຍານ. ດ້ວຍວ່າ, ຕົວໜັງສື​ປະຫານ​ໃຫ້​ຕາຍ ແຕ່​ພຣະວິນຍານ​ນັ້ນ ຊົງ​ປະທານ​ໃຫ້​ມີ​ຊີວິດ.


ບໍ່ແມ່ນ​ພຽງແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ກຳລັງ​ເຮັດ​ພັນທະສັນຍາ​ແລະ​ຂໍ້​ຕົກລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຊົງ​ກາຍເປັນ​ຜູ້​ຮັບປະກັນ​ພັນທະສັນຍາ​ອັນ​ດີກວ່າ.


ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.


ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ​ປະໂຣຫິດ​ເຫຼົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka