Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:5 - ພຣະຄຳພີສັກສິ

5 ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ປະໂລຫິດ​ເຫລົ່ານັ້ນ​ປະຕິບັດ​ໃນ​ສະຖານ​ນະມັດສະການ​ອັນ​ເປັນ​ແບບ​ຈຳລອງ ແລະ ເປັນ​ເງົາ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ. ດ້ວຍເຫດນີ້ ໂມເຊ​ຈຶ່ງ​ໄດ້​ຮັບ​ຄຳເຕືອນ​ກ່ຽວກັບ​ການສ້າງ​ຫໍເຕັນ​ວ່າ: “ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ”

Uka jalj uñjjattʼäta Copia luraña




ເຮັບເຣີ 8:5
18 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ບອກ​ໃຫ້​ໂຊໂລໂມນ​ຮູ້​ແຜນຜັງ​ທີ່​ເພິ່ນ​ໄດ້​ຄິດ​ໃນໃຈ​ກ່ຽວກັບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຫ້ອງ​ອື່ນໆ​ທີ່​ອ້ອມຮອບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ສຳລັບ​ເຄື່ອງໃຊ້​ໃນ​ພຣະວິຫານ​ແລະ​ເຄື່ອງ​ທີ່​ອຸທິດຖວາຍ.


ກະສັດ​ດາວິດ​ໄດ້​ເວົ້າ​ວ່າ, “ທັງໝົດ​ນັ້ນ​ມີ​ຢູ່​ໃນ​ແຜນຜັງ​ຕາມ​ຄຳແນະນຳ ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ບອກ​ພໍ່​ປະຕິບັດ​ໃຫ້​ສຳເລັດ.”


ຈົ່ງ​ເອົາໃຈໃສ່​ເຮັດ​ສິ່ງ​ເຫຼົ່ານີ້ ຕາມ​ແບບແຜນ​ທີ່​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.


ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ຕາມ​ແບບ ຊຶ່ງ​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.


ສ່ວນ​ແທ່ນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະດານ​ແລະ​ຄວັດ​ລົງ​ເປັນ​ໝົ້ງ ຕາມ​ແຜນ​ທີ່​ເຮົາ​ໄດ້​ສຳແດງ​ໃຫ້​ເຈົ້າ​ເບິ່ງ​ທີ່​ເທິງ​ພູເຂົາ​ນັ້ນ.


ແລະ​ຫລັກ​ຕະກຽງ​ນັ້ນ ແຕ່​ລຸ່ມ​ຂຶ້ນ​ເທິງ​ແມ່ນ​ເຮັດ​ດ້ວຍ​ຄຳ​ທີ່​ຕີ​ເປັນ​ລວດລາຍ ຕາມ​ແບບ​ທີ່​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ແກ່​ໂມເຊ.


ຕໍ່ມາ ພຣະເຈົ້າ​ໄດ້​ເຕືອນ​ພວກເຂົາ​ທາງ​ຄວາມຝັນ ບໍ່​ໃຫ້​ກັບຄືນ​ໄປ​ຫາ​ເຮໂຣດ. ສະນັ້ນ ພວກເຂົາ​ຈຶ່ງ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງ​ຕົນເອງ​ຕາມ​ທາງ​ອື່ນ.


ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້.


ສິ່ງ​ເຫຼົ່ານັ້ນ ເປັນ​ພຽງແຕ່​ເງົາ​ຂອງ​ເຫດການ​ໃນ​ອະນາຄົດ ແຕ່​ຕົວຈິງ​ນັ້ນ​ແມ່ນ​ພຣະຄຣິດ.


ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ພວກເຮົາ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ຄົນ​ຜູ້​ປະຕິບັດ​ໃນ​ຫໍເຕັນ​ສັກສິດ​ນັ້ນ ບໍ່ມີ​ສິດ​ທີ່​ຈະ​ຮັບປະທານ​ຂອງ​ຈາກ​ແທ່ນ​ນັ້ນ​ໄດ້.


ຫ້ອງ​ຊັ້ນນອກ​ນັ້ນ ເປັນ​ເຄື່ອງໝາຍ​ເຖິງ​ສະໄໝ​ປັດຈຸບັນ ຄື​ໝາຍຄວາມວ່າ​ການ​ຖວາຍ​ຂອງ​ທານ ແລະ​ເຄື່ອງ​ບູຊາ​ຕາມ​ແບບ​ນີ້ ຈະ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່ໄດ້.


ມັນ​ເປັນ​ຄວາມ​ນຶກຄິດ​ຂອງ​ພວກຂ້ອຍ​ທີ່​ວ່າ ຖ້າ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ລູກຫລານ​ຂອງ​ພວກຂ້ອຍ​ອາດ​ເວົ້າ​ວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍ​ພວກເຮົາ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ຄ້າຍ​ຄື​ກັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ແທ່ນບູຊາ​ນີ້​ບໍ່ແມ່ນ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ເປັນ​ບ່ອນ​ຖວາຍບູຊາ​ໃດໆ ແຕ່​ເປັນ​ພຽງ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ ແລະ​ຄົນ​ຂອງ​ພວກເຈົ້າ​ເທົ່ານັ້ນ.’


ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະວິຫານ​ໃນ​ສະຫວັນ ຄື​ຫໍເຕັນ​ສັກສິດ​ແຫ່ງ​ຄຳ​ພະຍານ​ໄດ້​ເປີດ​ອອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka