Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 8:4 - ພຣະຄຳພີສັກສິ

4 ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຖ້າ​ພຣະອົງ​ຢູ່​ໃນ​ໂລກ, ພຣະອົງ​ຈະ​ບໍ່​ໄດ້​ເປັນ​ປະໂລຫິດ ເພາະ​ມີ​ຄົນ​ທີ່​ຈະ​ຖວາຍ​ຂອງຖວາຍ​ຕ່າງໆ​ຕາມ​ທີ່​ກົດບັນຍັດ​ກຳນົດ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña




ເຮັບເຣີ 8:4
11 Jak'a apnaqawi uñst'ayäwi  

ແຜ່ນ​ນີ້​ເປັນ​ສິ່ງ​ເຕືອນ​ຊາວ​ອິດສະຣາເອນ​ວ່າ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ແມ່ນ​ລູກຫລານ​ຂອງ​ອາໂຣນ​ມາ​ໃກ້​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ທຳລາຍ​ເໝືອນ​ດັ່ງ​ໂກຣາ ແລະ​ພັກພວກ​ຂອງຕົນ. ເອເລອາຊາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.


ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ບ່ອນ​ສັກສິດ​ແລະ​ຕໍ່​ແທ່ນບູຊາ ເພື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ບໍ່ໄດ້​ຕົກຖືກ​ປະຊາຊົນ​ອິດສະຣາເອນ​ອີກ.


ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ຝ່າຍ​ມະຫາ​ປະໂຣຫິດ​ທຸກຄົນ​ນັ້ນ ແມ່ນ​ຜູ້​ຖືກ​ເລືອກ​ໄວ້​ຈາກ​ມະນຸດ ແລະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ແທນ​ມະນຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ.


ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.


ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ​ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ.


ຫ້ອງ​ຊັ້ນນອກ​ນັ້ນ ເປັນ​ເຄື່ອງໝາຍ​ເຖິງ​ສະໄໝ​ປັດຈຸບັນ ຄື​ໝາຍຄວາມວ່າ​ການ​ຖວາຍ​ຂອງ​ທານ ແລະ​ເຄື່ອງ​ບູຊາ​ຕາມ​ແບບ​ນີ້ ຈະ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka