ເຮັບເຣີ 8:10 - ພຣະຄຳພີສັກສິ10 ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, ‘ນີ້ແມ່ນພັນທະສັນຍາ ທີ່ເຮົາຈະສັນຍາໄວ້ກັບ ຍາດວົງອິດສະຣາເອນ ພາຍຫລັງສະໄໝນັ້ນ ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ ໄວ້ໃນໃຈຂອງພວກເຂົາ. ເຮົາຈະຈາລຶກກົດບັນຍັດນັ້ນ ໄວ້ໃນຫົວໃຈຂອງພວກເຂົາ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະຝ່າຍພວກເຂົາຈະເປັນ ພົນລະເມືອງຂອງເຮົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ນີ້ຄືພັນທະສັນຍາທີ່ເຮົາຈະເຮັດກັບປະຊາຊົນຂອງອິດສະຣາເອນ ຫລັງຈາກສະໄໝນັ້ນ, ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້. ເຮົາຈະໃສ່ກົດບັນຍັດຂອງເຮົາໄວ້ໃນຈິດໃຈຂອງພວກເຂົາ ແລະ ຈາລຶກກົດບັນຍັດນັ້ນເທິງຫົວໃຈຂອງພວກເຂົາ. ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ. Uka jalj uñjjattʼäta |
ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ. ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.” ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.”
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’