Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:7 - ພຣະຄຳພີສັກສິ

7 ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ແນ່ນອນ​ວ່າ​ຜູ້ນ້ອຍ​ຍ່ອມ​ຮັບ​ພອນ​ຈາກ​ຜູ້ໃຫຍ່.

Uka jalj uñjjattʼäta Copia luraña




ເຮັບເຣີ 7:7
16 Jak'a apnaqawi uñst'ayäwi  

ຄົນ​ທັງໝົດ​ນີ້​ທີ່​ໄດ້​ເວົ້າ​ມາ​ນັ້ນ ແມ່ນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ; ແລະ​ທຸກສິ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ເວົ້າ​ເຖິງ ແມ່ນ​ຄຳອວຍພອນ​ອຳລາ ທີ່​ເໝາະສົມ​ສຳລັບ​ແຕ່ລະຄົນ.


ຕໍ່ມາ ເມື່ອ​ກະສັດ​ດາວິດ​ກັບຄືນ​ເມືອ​ຖາມ​ຂ່າວ​ຄວາມສຸກ​ທຸກ​ຂອງ​ຄອບຄົວ ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ອອກ​ມາ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ວັນນີ້ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ສ້າງ​ຊື່ສຽງ​ອັນ​ຍິ່ງໃຫຍ່​ໃຫ້​ຕົນເອງ. ເພິ່ນ​ໄດ້​ແກ້​ຜ້າ​ປະ​ຕົນຕົວ​ດັ່ງ​ຄົນບ້າ ໃຫ້​ພວກ​ສາວໃຊ້​ຂອງ​ບັນດາ​ຂ້າຣາຊການ​ຂອງຕົນ​ເບິ່ງ.”


ເພິ່ນ​ຂໍ​ພອນ​ຈາກ​ພຣະເຈົ້າ​ສຳລັບ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໃນ​ທີ່ນັ້ນ​ດ້ວຍ​ສຽງດັງ. ເພິ່ນ​ກ່າວ​ວ່າ,


ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ຢືນຂື້ນ​ອວຍພອນ​ປະຊາຊົນ. ພຣະເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້ຍິນ​ສຽງ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ ແລະ​ພຣະອົງ​ຈຶ່ງ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ເຫຼົ່ານັ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


“ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ງ່ຽງຫູ​ຂອງເຈົ້າ​ຟັງ​ສຽງ​ຂອງຂ້ອຍ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຈາກ​ປາກ​ຂອງຂ້ອຍ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ເມຄີເຊເດັກ​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ ແຕ່​ເພິ່ນ​ກໍໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ​ໄດ້​ອວຍພອນ​ອັບຣາຮາມ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ຂອງ​ພຣະເຈົ້າ.


ອີກ​ປະການ​ໜຶ່ງ ໃນ​ກໍລະນີ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ມະນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ໜຶ່ງສ່ວນສິບ ແຕ່​ໃນ​ກໍລະນີ​ເມຄີເຊເດັກ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ມີ​ຫຼັກຖານ​ໃນ​ພຣະຄຳພີ​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka