Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຮັບເຣີ 7:5 - ພຣະຄຳພີສັກສິ

5 ແລະ​ບັນດາ​ເຊື້ອສາຍ​ຂອງ​ເລວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່ງ​ປະໂຣຫິດ​ນັ້ນ. ເຖິງ​ແມ່ນ​ວ່າ ຄົນ​ເຫຼົ່ານັ້ນ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ ກໍ​ຍັງ​ມີ​ກົດບັນຍັດ​ສັ່ງ​ໃຫ້​ຮັບ​ໜຶ່ງສ່ວນສິບ​ຈາກ​ພົນລະເມືອງ ຄື​ຈາກ​ພວກ​ພີ່ນ້ອງ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ກົດບັນຍັດ​ໄດ້​ຮຽກຮ້ອງ​ໃຫ້​ເຊື້ອສາຍ​ຂອງ​ເລວີ​ຜູ້​ເປັນ​ປະໂລຫິດ​ນັ້ນ​ຮັບ​ໜຶ່ງສ່ວນສິບ​ຈາກ​ປະຊາຊົນ ຄື​ຈາກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ຕົນ​ເຖິງແມ່ນວ່າ​ພວກເຂົາ​ຈະ​ສືບເຊື້ອສາຍ​ມາ​ຈາກ​ອັບຣາຮາມ​ກໍ​ຕາມ.

Uka jalj uñjjattʼäta Copia luraña




ເຮັບເຣີ 7:5
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.


ຈຳນວນ​ເຊື້ອສາຍ​ແທ້ໆ​ທັງໝົດ​ຂອງ​ຢາໂຄບ​ທີ່​ໄປ​ຢູ່​ໃນ​ປະເທດ​ເອຢິບ​ມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ.


ແຕ່​ເຈົ້າ​ຈະ​ບໍ່ໄດ້​ສ້າງ. ແມ່ນ​ລູກຊາຍ​ຂອງ​ເຈົ້າ​ທີ່​ຈະ​ເປັນ​ຜູ້​ສ້າງ​ວິຫານ​ແກ່​ເຮົາ.’


ຂ້າພະເຈົ້າ​ຮູ້​ເຊັ່ນກັນ​ວ່າ ພວກ​ນັກຮ້ອງ ແລະ​ຊາວ​ເລວີ​ຄົນອື່ນໆ ໄດ້​ໜີ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ກັບຄືນ​ໄປ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກເຂົາ ເພາະ​ປະຊາຊົນ​ບໍ່ໄດ້​ບໍລິຈາກ​ເຄື່ອງຂອງ​ໃຫ້​ພວກເຂົາ​ພຽງພໍ​ເພື່ອ​ການ​ດຳລົງ​ຊີວິດ​ຢູ່.


ພວກ​ລູກຫລານ​ທີ່​ໄປ​ກັບ​ຢາໂຄບ​ມີ​ທັງໝົດ 70 ຄົນ. ສ່ວນ​ລູກຊາຍ​ອີກ​ຜູ້ໜຶ່ງ​ຂອງ​ເພິ່ນ​ນັ້ນ​ແມ່ນ​ໂຢເຊັບ ຜູ້​ທີ່​ໄດ້​ໄປ​ຢູ່​ໃນ​ປະເທດ​ເອຢິບ​ກ່ອນ​ແລ້ວ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ທຸກໆ​ສາມ​ປີ​ໃດ ຈົ່ງ​ມອບ​ໜຶ່ງສ່ວນສິບ​ຜົນລະປູກ​ຂອງ​ພວກເຈົ້າ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພວກເຂົາ​ທຸກຄົນ​ຈະ​ໄດ້​ກິນ​ອີ່ມໜຳ​ສຳລານ​ຕາມ​ຄວາມ​ຕ້ອງການ. ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ເຫຼົ່ານັ້ນ​ແລ້ວ


ບໍ່​ຫ່ອນ​ມີ​ຜູ້ໃດ​ຕັ້ງ​ຕົນເອງ​ຢູ່​ໃນ​ຕຳແໜ່ງ​ນີ້ ມີ​ແຕ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເໝືອນ​ຢ່າງ​ຊົງ​ເອີ້ນ​ອາໂຣນ​ນັ້ນ.


ເພາະວ່າ​ໃນ​ຂະນະທີ່​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ ເລວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນພະບຸລຸດ ຄື​ອັບຣາຮາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka